ທະຫານແຂວງຈຳປາສັກ ເປີດຂະບວນການແຂ່ງຂັນ ກິລາການທະຫານ ແລະ ກິລາມວນຊົນ
ເວລາອອກຂ່າວ: 2026-01-19 09:17:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ: ![]()
ວັນທີ 13 ມັງກອນ 2026, ກອງບັນຊາການທະຫານແຂວງຈຳປາສັກ ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການ,ພະນັກງານ-ນັກຮົບ, ຄະນະກຳມະການ ພ້ອມດ້ວຍ ນັກກິລາທີ່ມາຈາກແຕ່ລະກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສະໄໝ ວົງຄຳວັນ ຫົວໜ້າພະເເນກອົບ ຮົມ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະ
ຫານແຂວງຈຳປາສັກ ວ່າດ້ວຍການອະນຸມັດເປີດຂະບວນການແຂ່ງຂັນກິລາກິລາການທະຫານ ແລະ ກິລາມວນຊົນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງຜ່ານແຜນການແຂ່ງຂັນກິລາ; ເພື່ອແນໃສ່ສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງ
ທັບ ເວົ້າສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມເບີກບານມວ່ນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກົມກອງກັບຄະນະພັກຂັ້ນເທີງ ແລະ ກົມກອງດ້ວຍກັນ; ກິລາທີ່ນຳມາແຂ່ງຂັນຄັ້ງນີ້ ມີ ກິລາການທະຫານ ແລະ ກິລາມວນຊົນ ກິລາການທະຫານແບ່ງອອກເປັນ 2 ປະເພດຄື: ຍິງປືນອາຊຽງ ປືນກົນມື AKM ຍີງເປົ້າຈານເຫຼັກຂາວ (ບົດແບ່ງຍິງລວມໝູ່) ທີມ, ແລ່ນ-ມ້າງປະກອບອາວຸດມີ: 9 ກົມກອງ, ກິລາມວນຊົນລວມມີ 6 ປະເພດຄື: ບານເຕະຊາຍອາວຸໂສ 6 ທີມ, ບານສົ່ງຊາຍ 6 ທີມ, ກະຕໍ້ 10 ທີມ ແລະ ກິລາເປຕັງ ຊາຍ 24 ທີມ, ຍີງ 15 ທີມ, ດຶງເຊືອກຊາຍ 6 ທີມ, ຍິງ 7 ທິມ ແລະ ແລ່ນກະເປົ໋າ ຊາຍ 6 ທີມ, ຍິງ 5 ທີມ .
ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ຮຽກຮ້ອງໃຫ້ບັນດານັກກິລາທຸກສະຫາຍ ຈົ່ງພ້ອມກັນສຸມທຸກເຫື່ອແຮງເຂົ້າໃນການແຂ່ງຂັນຄັ້ງນີ້ ເພື່ອຍາດແຍ້ງເອົາຂອງຂວັນລາງວັນໄປສູ່ກົມກອງຂອງຕົນ ແລະ ພ້ອມກັນຮັກສາຄວາມສາມັກຄີ, ມີນໍ້າໃຈ ຮູ້ໃຫ້ອະໄພ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຍອມຮັບການຕັດສິນຂອງກຳມະການ ທັງນີ້ ກໍເພື່ອສ້າງໃຫ້ຂະບວນການແຂ່ງຂັນກິລາດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນຄວາມປອດໄພ.
ໂດຍ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















