ກົມ ວສ-ປສ ການທະຫານ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-01-09 11:41:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1178 | ຄວາມນິຍົມ: ![]()
ວັນທີ 8 ມັງກອນ 2026 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສັນ ຄ້າຍພົມ ຫົວໜ້າຫ້ອງການ ໄດ້ສະຫຼຸບຄືນຜົນງານການເຄື່ອນໄຫວວຽກງານຂອງກົມຕະຫຼອດໄລຍະ 1 ປີຜ່ານມາ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ນຳເອົາຄຳສັ່ງແນະນຳຂອງຂັ້ນເທິງ ແລະ ເອກະສານມູນເຊື້ອຕ່າງໆມາເຜີຍແຜ່ເປັນປົກກະຕິສາມາດເຮັດໃຫ້ກົມກອງມີຄວາມສະຫງົບພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ. ດ້ານວຽກງານຫ້ອງການ ແລະ ການພົວພັນຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືທີ່ບາງກອກ ປະເທດໄທ, ຄົ້ນຄວ້າ ແລະ ຂຽນບົດແລກປ່ຽນທັດສະນະຂອງກອງກອງປະຊຸມ ນາດີ ຢູ່ປະເທດຟີລິບປິນ, ຈັດຕັ້ງກອງປະຊຸມສະພາວິທະຍາສາດຂັ້ນກະຊວງປ້ອງກັນປະເທດຄັ້ງທີ 2 ປີ 2024-2025, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດ ການທະຫານໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນຍຸດທະສາດ-ປະຫວັດສາດປ້ອງກັນຊາດ ສສ ຫວຽດນາມ, ຈັດສົ່ງພະນັກງານໄປເຝິກອົບຮົມວຽກງານໄອທີໃຫ້ກົມພະນັກງານ ກົມໃຫຍ່ການເມືອງ, ວຽກງານປະຫວັດສາດ ການທະຫານໄດ້ສຳເລັດການຕ້ອນຮັບຄະນະຜູ້ແທນ ສປ ຈີນ ແລະ ແລກປ່ຽນຂໍ້ມູນກ່ຽວກັບການຂຽນປຶ້ມປະຫວັດສາດການພົວພັນຮ່ວມມືສອງກອງທັບລາວ-ຈີນ, ລາວ-ຣັດເຊຍພ້ອມທັງຂຽນປະຫວັດສາດກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຂຽນປະຫວັດສາດນັກຮົບແຂ່ງຂັນວິລະຊົນແຫ່ງຊາດສຳເລັດໂດຍພື້ນຖານ, ວຽກງານຍຸດທະສາດ ການທະຫານ ໄດ້ລວບລວມ, ຮຽບຮຽງຂໍ້ມູນຂຽນບົດຄົ້ນຄວ້າ ຍຸດທະສາດການກໍ່ສ້າງຂອບເຂດປ້ອງກັນບໍລິເວນ ແຂວງບໍລິຄຳໄຊ ໃນໄລຍະໃໝ່ 2024-2025, ແລະ ຮຽບຮຽງຂໍ້ມູນໃສ່ໂຄງການຄົ້ນຄວ້າ-ຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດ ສປປ ລາວຄັ້ງທີ Vl, ວຽກງານວິທະຍາສາດການທະຫານໄດ້ສຳເລັດ 5 ໂຄງການຄົ້ນຄ້ວາຄື: ໂຄງການຄົ້ນຄວ້າຖານຂໍ້ມູນປ້ອງກັນຊາດ ໃນແຜນທີ່ເອເລັກໂຕຣນິກ, ໂຄງການຄົ້ນຄວ້າໂປຮແກຼມສຳເນົາເອກະສານ ຂາເຂົ້າ-ຂາອອກ ຂອງກົມ, ໂຄງກການສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການສິ່ງແວດລ້ອມທົ່ວກອງທັບປະຊາຊົນລາວຄັ້ງທີ 1, ໂຄງການເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມໃນກອງທັບປະຊາຊົນລາວຄັ້ງທີ 1, ໂຄງການຄົ້ນຄວ້າສ້າງແກັບລະເບີດເອເລັກໂຕຣນິກນຳໃຊ້ໃນການສູ້ຮົບ, ວຽກງານຂໍ້ມູນຂ່າວສານໄດ້ເກັບກຳຮັກສາຂໍ້ມູນ, ໄດ້ກະຈາຍຂໍ້ມູນຂ່າວສານ, ວາລະສານ, ເວັບໄຊ, ຂ່າວ ແລະ ວິທະຍຸ,ໂທລະພາບ, ໜັງສືພິມກອງທັບ, ສະຫຼຸບຂ່າວປະຈຳອາທິດໃຫ້ການນຳໄດ້ອ່ານ, ວຽກງານຫໍສະໝຸດໄດ້ບໍລິການໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ແລະ ພາຍນອກເຂົ້າອ່ານ ແລະ ໄດ້ຢືມເປັນປົກກະຕິ.
ໂດຍ: ນາງ ພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















