ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງບັນຊາການທະຫານແຂວງອຸດົມໄຊ ສະຫຼຸບວຽກງານປ້ອງກັນຊາດປະຈຳປີ 2025
ເວລາອອກຂ່າວ: 2026-01-09 11:39:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1136 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026ຂອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2026 ນີ້, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 7 ເມືອງ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກົມກອງເອກະລາດອ້ອມຂ້າງກອງບັນຊາການຕະຫຼອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ດົມມະນີ ພົມມະຈັກ ຫົວໜ້າຫ້ອງການ-ບໍລິຫານກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ເອົາໃຈໃສ່ເປັນເຈົ້າການຊີ້ນຳ-ນຳພາບັນດາກົມກອງໃນທົ່ວທະຫານແຂວງອຸດົມໄຊ ຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ນອກນີ້ ຄະນະພັກ-ຄະນະບັນຊາຍັງຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບໍ່ຫວັງດີ, ເຄື່ອນໄຫວລາດຕະເວນຂອບເຂດຮັບຜິດຊອບຫຼັກໝາຍຊາຍແດນ ຈໍານວນ 24 ຄັ້ງ, ຊີ້ນໍາກອງບັນຊາການທະຫານເມືອງ 7 ເມືອງ, ກອງພັນ 414 ແລະ ກອງຮ້ອຍເອກະລາດ ທົ່ວທະຫານແຂວງຈັດຕັ້ງລະບົບປະຈໍາການກຽມພ້ອມສູ້ຮົບ 4 ຂັ້ນ, ຕະຫຼອດ 24 ຊົ່ວໂມງ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງ 60 ບ້ານ, ເຄື່ອນໄຫວສະກັດກັ້ນເຂດຂ້າມລອຍຂອງກຸ່ມຄົນບໍ່ດີ 12 ຄັ້ງ, ເຄື່ອນໄຫວກວດກາຂອບເຂດຍຸດທະສາດການທະຫານ 70 ຄັ້ງ, ຈັດຕັ້ງພະນັກງານລົງເຄື່ອນໄຫວເກັບກໍາສະພາບ ແລະ ແລກປຽ່ນສະພາບຂອບເຂດກົມກອງຮັບຜິດຊອບ 24 ຄັ້ງ, ຈັດຕັ້ງກໍາລັງໄປມອດໄຟລາມປ່າ 4 ຄັ້ງ, ລົງຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ໄຟໄໝ້ຮ້ານຂາຍເຄື່ອງອາໄລລົດໃຫຍ່ຢູ່ບ້ານນາໝີຈຳນວນ 385 ສະຫາຍ, ຊ່ວຍປະຊາຊົນຟື້ນຟູໄພນ້ຳຖ້ວມຢູ່ 2 ເມືອງ, ປ້ອງກັນບັນດາໂຄງການ, ສໍານັກງານ, ວັນບຸນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ເສັ້ນທາງລົດໄຟລາວ-ຈີນ, ໂຮງງານຕັດຫຍິບເລກ 2 ກອງທັບ, ອ່າງນໍ້າປະປາ, ກິດຈະການຕ່າງໆໃນທົ່ວແຂວງ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ