ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ໂຮງຮຽນເຫຼົ່າຮົບຊ່າງແສງ 506 ສະຫຼຸບວຽກງານຮອບດ້ານປະຈໍາປີ 2025
ເວລາອອກຂ່າວ: 2026-01-09 11:04:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1087 | ຄວາມນິຍົມ:



ວັນທີ 8 ມັງກອນ 2026 ນີ້, ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ມອນໄທ ສະລິດໄຊ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີ ຄະນະອໍານວຍການ, ພະແນກການ, ພະນັກງານ-ນັກຮົບ ທົ່ວໂຮງຮຽນເຫຼົ່າຮົບຊ່າງແສງເຂົ້າຮ່ວມ. ສະຫາຍ ພັນໂທ ສົມມມະນີ ລາດສະບຸດ ຮອງອໍານວຍການໂຮງຮຽນ ໄດ້ຜ່ານບົດສະຫຼຸບຮອບດ້ານປີ 2025 ເຊິ່ງໄດ້ກ່າວວ່າ: ໂດຍໄດ້ຮັບການເອົາໃຈໃສ່ຊີ້ນໍາ-ບັນຊາຢ່າງໃກ້ຊິດຈາກຂັ້ນເທິງ ຖືເອົາວຽກງານສຶກສາການເມືອງແນວຄົນເປັນກົກ ນໍາເອົາມະຕິ, ຄໍາສັ່ງເອກະສານສໍາຄັນຕ່າງໆມາເຜີຍແຜ່ເຊື່ອມຊຶມທົ່ວກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີການເມືອງເເນວຄິດໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ກົດໝາຍຂອງລັດ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເຊິ່ງສະແດງອອກໃນຫຼາຍດ້ານຄື: ເລື່ອນຊັ້ນ, ທຽບຊັ້ນໃຫ້ພະນັກງານ-ນັກຮົບ ຈໍານວນ 53 ສະຫາຍ, ມີເງິນກອງທຶນ 1.728.800.000 ກີບ, ລາຍຮັບຈາກການຂາຍເຄື່ອງຕ່າງໆ ແລະ ປູກຜັກສວນຄົວ 22.800.000 ກີບ. ນອກຈາກວຽກງານດັ່ງກ່າວຍັງໄດ້ຮັບ ແລະ ເບີກຈ່າຍໃນວຽກງານຕ່າງໆ ພາຍໃນກົມກອງ, ນອກນັ້ນ ຍັງໄດ້ເປີດອົບຮົມກໍ່ສ້າງ ແລະ ບໍາລຸງຊຸດ ສົກປີ 2025-2026 ສໍາເລັດ, ອົບຮົມ-ຫັດແອບປະຈໍາປີໄລຍະ I ແລະ II ສໍາເລັດ ມີຈໍານວນພົນເຂົ້າຮ່ວມ 250 ສະຫາຍ ເຊິ່ງແມ່ນຜົນສໍາເລັດຂອງການຊີ້ນໍາ-ນໍາພາ ໃກ້ສິດຕິດແທດຂອງຂັ້ນເທິງ ເວົ້າລວມ ເວົ້າສະເພາະຄະນະອໍານວຍການໂຮງຮຽນເຫຼົ່າຮົບຊ່າງແສງ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ເພື່ອປະກອບເຂົ້າໃນການປັບປຸງທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນປີ 2026 ແລະ ໄດ້ຜ່ານມະຕິບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ພ້ອມດ້ວຍມອບໃບຢັ້ງຢືນໃຫ້ກົມກອງທີ່ໄດ້ຮັບຮອງເປັນກອງ 3 ປອດ ອີກດ້ວຍ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ