ກອງພັນໃຫຍ່ 703 ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025
ເວລາອອກຂ່າວ: 2026-01-08 15:12:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1295 | ຄວາມນິຍົມ: ![]()
ໃນວັນທີ 8 ມັງກອນ 2026 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2025 ແລະ ຜ່ານທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະພັກ-ຄະນະບັນຊາ, ຮອງພະແນກການ, ຂະແໜງການ, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານທົ່ວກອງພັນໃຫຍ່ 703 ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພັນ ສຸວັນນີລາດ ຮອງພະແນກບໍລິຫານ-ສັງລວມ ໄດ້ຜ່ານບົດສະຫຼຸບໃນໄລຍະ 1 ປີ ຜ່ານມາ ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານຢ່າງເປັນປົກກະຕິ ເຊິ່ງມັນສະແດງອອກຄື: ເຮັດໃຫ້ກົມກອງມີຄວາມສະຫງົບ, ພະນັກງານແຕ່ລະສະຫາຍມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ທຸກພະແນກການ, ຂະແໜງການ ແລະ ກົມກອງເອກະລາດລ້ວນແຕ່ເຮັດສຳເລັດທຸກໜ້າທີ່ວຽກງານຂອງຕົນ, ເຮັດໃຫ້ວຽກງານເຕັກນິກ-ການບິນຮັບໃຊ້ມີຄວາມປອດໄພໄດ້100%, ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ແລະ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ມີຈຸປະຈຳການແຕ່ລະວັນ, ມີກໍາລັງກອບກູ້ທາງອາກາດ, ກຳລັງກອບກູ້ເຄື່ອນທີ່, ພາຫານະເຮືອບິນ 1-2 ລໍາ ພ້ອມຈຸບິນ ແລະ ພາກສ່ວນຮັບປະກັນຄົບຊຸດ, ໃນ 1 ປີຜ່ານມາປະຕິບັດຕົວຈິງໃນ ຊ້ອມຮົບລາວ-ຣັດເຊຍ ( ລາໂຣສ-2025), ຊ້ອມຮົບກອບກູ້ໄພພິບັດທີ່ນະຄອນຫຼວງ ເນປີດໍ ພະມ້າ, ຊ້ອມກອບກູ້ມອດໄຟໄໝ້ລາມປ່າ, ຍົກຢ່ອນຄົນຖືກໄພພິບັດ ແລະ ບິນກອບກູ້ໄພພິບັດທຳມະຊາດຊ່ວຍເຫຼືອປະຊາຊົນຢູ່ 2 ແຂວງຄື: ຊຽງຂວາງ ແລະ ຊຳເໜືອ, ຫັດແອບແກ່ທຸງຢູ່ນ້ຳຊວງ ແລະ ບິນເກາະຝຸງຢູ່ເດີນທາດຫຼວງ ລວມ 51 ຖ້ຽວ, ບິນຮັບໃຊ້ໂດດຈ້ອງສະແດງງານຕ່າງໆ ແລະ ໂດດຈ້ອງຫັດແອບລວມທັງໝົດ 64 ຄັ້ງ, ບິນຮັບໃຊ້ທົ່ວໄປເຮືອບິນປິກ 224 ຖ້ຽວ, ໂດຍສານ 6.750 ຄົນ, ເຮືອບິນຂຶ້ນຊື່ລວມມີ 875 ຖ້ຽວ, ໂດຍສານ 10.090 ຄົນ, ດ້ານວຽກງາານປູກຝັງ-ລ້ຽງສັດ ສາມາດປູກຜັກຊະນິດຕ່າງໆໄດ້ 269 ກິໂລ ເປັນເງິນ 7.308.000 ກີບ, ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບໄດ້ 45 ຕົ້ນ, ລ້ຽງປາປະມານ 9.740 ໂຕ, ລ້ຽງເປັດ ແລະ ໄກ່ 105 ໂຕ, ລ້ຽງກົບ 1.200 ໂຕ, ລ້ຽງງົວ 12 ໂຕ ລ້ຽງໜູ 7 ໂຕ ແລະ ສາມາດສັງລວມລາຍຮັບຈາກການປູກຝັງ-ລ້ຽງສັດ ລວມເປັນມູນຄ່າ 86.083.000 ກີບ.
ໂດຍ: ນາງ ບົວພັນ ເທີນຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















