ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ເປີດຊຸດອົບຮົມວຽກງານວິຊາສະເພາະ ໃຫ້ພະນັກງານອົງການໄອຍະການ ທະຫານພາກເໜືອ
ເວລາອອກຂ່າວ: 2026-01-08 15:10:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1281 | ຄວາມນິຍົມ:



ວັນທີ 8 ມັງກອນ 20236 ນີ້, ອົງການໄອຍະການ ທະຫານພາກເໜືອ ໄດ້ເປີດຊຸດອົບຮົມວຽກງານວິຊາສະເພາະ ໃຫ້ພະນັກງານຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ ອົງການໄອຍະການຂັ້ນສູງ, ອົງການໄອຍະການທະຫານພາກເໜືອ, ສານທະຫານພາກເໜືອ, ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍນັກສໍາມະນາກອນທີ່ມາຈາກກໍາລັງຫຼວງ ແລະກໍາລັງທ້ອງຖິ່ນເຂົ້າຮ່ວມ. ສະຫາຍ ພັນຕີ ສາຄອນ ເພັດທອງຄໍາ ຊ່ວຍວຽກພະແນກແຜນການ-ສັງລວມ ອົງການໄອຍະການທະຫານຂັ້ນສູງ ໄດຜ່ານແຜນການອົບຮົມ ໂດຍໃຫ້ຮູ້ວ່າ: ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ປະກອບມີ: ຄວາມຮູ້ທົ່ວໄປກ່ຽວກັບການດໍາເນີນຄະດີອາຍາ, ການຕິດຕາມກວດກາການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທະຫານ, ການສືບສວນ-ສອບສວນຄະດີອາຍາຂັ້ນພື້ນຖານ ແລະ ມາດຕະການສະກັດກັ້ນ, ການຄົ້ນຄວ້າສໍານວນຄະດີອາຍາ ການໄຈ້ແຍກອົງປະກອບການກະທໍາຜິດ ການສັ່ງຟ້ອງ ແລະ ການຂຽນຄໍາຖະແຫຼງ, ການຕິດຕາມການກວດກາການດໍາເນີນຄະດີໃນທີ່ປະຊຸມສານ ແລະ ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ, ການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ. ທັງນີ້ກໍເພື່ອເປັນການທົບທວນຄືນ ເຖິງຄວາມຮັບຮູ້ ແລະ ທັງເປັນການຍົກສູງລະດັບຄວາມຮັບຮູ້ກ່ຽວກັບຫຼັການ, ລະບຽບການ, ວິທີການ, ຂັ້ນຕອນການດໍາເນີນຄະດີອາຍາ, ການນໍາໃຊ້ມາດຕະການສະກັດກັ້ນ, ການຄົ້ນຄວ້າສໍານວນຄະດີ ແລະ ການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ຂອງສັງຄົມ ກໍຄື ກອງທັບໃຫ້ຄົບຖ້ວນ, ຖືກຕ້ອງ, ເປັນທໍາ ແລະ ໂປ່ງໃສ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາເພັດ ພົມມະກອນ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະແມ່ນການຄົ້ນຄວ້າ ກຳແໜ້ນເນື້ອໃນຂອງກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານ, ລະບອບແບບແຜນວິທີເຮັດວຽກຂອງອົງການໄອຍະການທະຫານແຕ່ລະຂັ້ນ ໃນການແກ້ໄຂຄະດີຕ່າງໆ ທີ່ເກີດຂຶ້ນໃຫ້ຖືກຕ້ອງ, ການໄຈ້ແຍກອົງປະກອບຂອງການກະທຳຜິດ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ວຽກງານຄ້າຍຄຸມຂັງ - ດັດສ້າງ, ການຈັດຕັ້ງປະຕິບັດແຕ່ລະບາດກ້າວ ແລະ ການດໍາເນີນຄະດີອາຍາໃນກອງທັບ ຕື່ມອີກ. ຂ່າວ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ