ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫໍສະໝຸດກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-01-07 14:54:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 693 | ຄວາມນິຍົມ:



ວັນທີ 7 ມັງກອນ 2026 ນີ້, ຫໍສະໝຸດກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະແນກການ ແລະ ພະນັກງານ ທົ່ວຫໍສະໝຸດກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ເນດຕະນາ ນໍລະສິນ ຮອງຫົວໜ້າອຳນວຍການ ຫໍສະໝຸດກອງທັບ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ປັບປຸງກົມກອງຂອງຕົນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ເປັນຕົ້ນແມ່ນ ໄດ້ປັບປຸງທາງດ້ານທັດສະນະແນວຄິດຂອງພະນັກງານ-ນັກຮົບ, ປັບປຸງແບບແຜນວິທີເຮັດວຽກ, ກໍ່ສ້າງພະນັກງານວິຊາສະເພາະ ໃຫ້ກາຍເປັນວິຊາການ ທີ່ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນແທນ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ໄປສຶກສາຮໍ່າຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ຊຸກຍູ້ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ໃຫ້ເປັນກຳລັງແຮງໃນການຈັດຕັ້ງເຄື່ອນໄຫວ ເຮັດວຽກງານດ້ານຕ່າງໆ ຢ່າງເປັນຂະບວນການຟົດຟື້ນແຂງແຮງ. ດ້ານວຽກງານວິຊາສະເພາະ ໄດ້ເປີດເຝິກອົບຮົມໄລຍະສັ້ນ ວຽກງານຫໍພິພິທະພັນ-ຫໍສະໝຸດກອງທັບ ໃຫ້ພະນັກງານ-ນັກຮົບບັນດາກົມກອງຂອບເຂດໃຈກາງນະຄອນຫຼວງ 1 ຄັ້ງ, ໄດ້ຕ້ອນຮັບ ແລະ ມອບ-ຮັບປຶ້ມນຳບັນດາພາກສ່ວນອົງການຈັດຕັ້ງຕ່າງໆ, ວາງສະແດງປຶ້ມໃນໂອກາດວັນສໍາຄັນ ເປັນຕົ້ນ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ຢູ່ຫໍວັດທະນະທຳແຫ່ງຊາດ, ວັນສ້າງຕັ້ງຫໍສະໝຸດກອງທັບ ຄົບຮອບ 38 ປີ, ວັນແມ່ຍິງສາກົນ ຄົບຮອບ 115 ປີ, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ, ວັນຢຶດອໍານາດທົ່ວປະເທດ ຄົບຮອບ 50 ປີ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ດ້ານວຽກງານຂະບວນການ ໄດ້ສ້າງຂະບວນການຖາມ-ຕອບຄວາມຮູ້ຮອບຕົວຢູ່ພາຍໃນກົມກອງ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 115 ປີ, ໄດ້ບໍລິການອ່ານ-ຢືມປຶ້ມຢູ່ໃນ ແລະ ນອກສະຖານທີ່ ລວມ 2.445 ສະຫາຍ, ຕິດສີໝາຍໝວດໝູ່ປຶ້ມ 1.011 ສະບັບ, ສ້າງຄໍາຖາມ-ຄໍາຕອບ 114 ຂໍ້, ສ້ອມແປງປຶ້ມເກົ່າ 134 ຫົວ, ຈັດປຶ້ມໃຫ້ກົມກອງໄປບໍລິການ 2 ກົມກອງ ມີ 113 ຫົວ, ສະແກນປຶ້ມ 80 ຫົວ, ແກ້ໄຂໂປຣແກຣມ Infolip ແລະ ປັບປຸງໂປຣແກມໃຫ້ບັນດາກົມກອງທີ່ມີຄວາມຮຽກຮ້ອງຕ້ອງການໄດ້ສຳເລັດ, ເຂົ້າເຕັກນິກປຶ້ມ 638 ຫົວ, ເຂົ້າທະບຽນປຶ້ມ 908 ຫົວ, ຕິດສັນ-ຊອງປຶ້ມ 553 ຫົວ, ຂຽນບັດລາຍການປຶ້ມ 877 ຫົວ, ແປງໝວດໝູ່ປຶ້ມຄືນໃໝ່ 141 ຫົວ, ຂົນຂວາຍປຶ້ມນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະຈັດຕັ້ງສູນກາງພັກ ແລະ ຊື້-ຈັດຫາປຶ້ມເຂົ້າຫ້ອງອ່ານ 74 ຫົວ, ມອບປຶ້ມ ແລະ ວາລະສານເຂົ້າຫ້ອງສະໝຸດ ໃຫ້ບັນດາກົມກອງໃນກອງທັບ ລວມມີ 18 ກົມກອງ, ຈໍານວນ 240 ຫົວ ມູນຄ່າ 8.320.000 ກີບ. ໂອກາດນີ້, ສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການຫໍສະໝຸດກອງທັບ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ມີແບບແຜນວິທີເຮັດວຽກ, ຕິດຕາມ ກວດກາການເຮັດວຽກໃຫ້ໄປຕາມແຜນການ, ລະບຽບການ, ສ້າງພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນນະພາບ ເພື່ອປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສຳເລັດ. ໂດຍ: ນາງ ອາຄົມ ສີພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ