ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025
ເວລາອອກຂ່າວ: 2026-01-07 14:34:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 739 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2026 ນີ້, ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ທົ່ວກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວິໄຊກອນ ອິນທະວົງສີ ຫົວໜ້າພະແນກແຜນການ-ສັງລວມ ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄໍາສັ່ງຂອງຂັ້ນເທິງມາສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ພະນັກງານ-ນັກຮົບ ຄວາມຕື່ນຕົວທາງດ້ານການເມືອງສູງກວ່າເກົ່າ, ມີຄວາມຊື່ສັດບໍລິສຸດ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ ມີຄວາມມານະອົດທົນຜ່ານຜ່າຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ປັບປຸ່ງກໍ່ສ້າງໜ່ວຍພັກ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທັງ 4 ດ້ານ, ປະຕິບັດຖືກຕ້ອງຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ ປອດໃ, ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກອງ 3 ປອດ. ດ້ານວຽກງານຍ້ອງຍໍ: ໄດ້ຈ່າຍວັດຖຸຍ້ອງຍໍຕາມການສະເໜີຂອງບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນໃນກອງທັບ ຫຼຽນໄຊພິລະອາດຫານ ຊັ້ນ I 28 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II 170 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III 884 ໜ່ວຍ, ຫຼຽນກຽດຕິຄຸນກອງທັບ ປະຊາຊົນລາວ 539 ໜ່ວຍ, ຫຼຽນກາລະນຶກ 70 ປີ ກອງທັບ 12 ໜ່ວຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 861 ໃບ, ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 827 ໃບ. ດ້ານວຽກງານສະຫວັດດີການ-ສັງຄົມ: ໄດ້ກວດກາບັນຊີ ເງິນອຸດໜູນເສຍອົງຄະປະຈຳການໃຫ້ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ປະຈໍາງວດ IV/2024, ງວດ +I+II+III+IV/2025 ໄດ້ 278 ກົມກອງ 3.614 ສະຫາຍ, ນໍາສະເໜີຂັ້ນເທິງ ອະນຸມັດ ສ້າງຄອບຄົວໃໝ່ໃຫ້ນາຍທະຫານໄດ້ 483 ຄູ່, ນໍາສະເໜີໂຮງໝໍສູນກາງ 103 ກອງທັບ ຂຶ້ນແຜນນໍາສົ່ງຄົນເຈັບ ໄປຮັບການປິ່ນປົວສຸຂະພາບຢູ່ໂຮງໝໍສູນກາງ 108 ສສ ຫວຽດນາມ ຈໍານວນ 92 ສະຫາຍ ແລະ ແຕ່ງຕັ້ງຄະນະເຈັບເປັນໄປປິ່ນປົວຢູ່ໂຮງໝໍ 108 ສສ ຫວຽດນາມ ຈໍານວນ 175 ສະຫາຍ, ນໍາສົ່ງໜັງສືສະເໜີ ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ກະຊວງແຮງງານສະຫວັດດີການສັງຄົມ ອະນຸມັດໃຫ້ພະນັກງານເສຍອົງຄະໄປຮັບເງິນອຸດໜູນສ່ວນຮ້ອຍຢູ່ຮາກຖານໄດ້ 3 ກົມກອງ 3 ສະຫາຍ, ນໍາສະເໜີຂັ້ນເທິງອະນຸມັດຂໍປ່ຽນຜູ້ດູແລໃໝ່ ໃຫ້ຜູ້ເສຍອົງຄະພິເສດໄດ້ 2 ກົມກອງ 2 ສະຫາຍ, ນໍາສະເໜີຂັ້ນເທິງອະນຸມັດ ເງິນປະຕິບັດງານກຽດຕິຍົດ-ປ້ອງກັນ ງານຊາປະນະກິດສົບໃຫ້ພະນັກງານຂັ້ນສູງ ເສຍຊີວິດໄດ້ 24 ກົມກອງ 34 ສະຫາຍ, ຕິດຕາມນາຍທະຫານຂັ້ນສູງ ນອນປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ 217 ສະຫາຍ, ເຂົ້າຮ່ວມງານຊາປະນາກິດສົບນາຍທະຫານຂັ້ນສູງ, ນັກຮົບແຂ່ງຂັນແຫ່ງຊາດເສຍຊີວິດ 19 ຄັ້ງ, 57 ແຮງງານ, ນໍາສະເໜີຂັ້ນເທິງຂໍອະນຸມັດຂຶ້ນແຜນກວດກາສຸຂະພາບແບ່ງປະເພດ ຂໍກິນເງິນເສຍອົງຄະໃໝ່ 1 ກົມກອງ, 17 ສະຫາຍ, ນໍາສະເໜີຂັ້ນເທິງອະນຸມັດຂໍ້ຕົກລົງ ໃຫ້ພະນັກງານເສຍອົງຄະປະຈຳການ ໄປປະກອບອົງຄະທຽມໃໝ່ຢູ່ສູນເສຍອົງຄະອົງຄະທຽມ-ຟື້ນຟູສະມັດຕະພາບ 686 ໄດ້ 1 ກົມກອງ, 1 ສະຫາຍ ແລະ ໄດ້ຈັດຕັ້ງພິທີ່ເຄື່ອນຍ້າຍອັດຖິຂອງພະນັກງານຂັ້ນສູງ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານປະຕິວັດອາວຸໂສ ເຂົ້າສຸສານນັກຮົບປະຕິວັດຫຼັກ 24 ຊຸດທີ 16 ປີ 2025 ຈໍານວນ 48 ອັດຖິ ສໍາເລັດ, ນອກນີ້, ຍັງໄດ້ສຸມໃສ່ວຽກງານປັບປຸງອົງການກົມ, ວຽກງານນະໂຍບາຍ, ວຽກງານວິຊາສະເພາະ, ວຽກງານແຜນການ, ວຽກງານຄົ້ນຄວ້າປະຕິບັດນະໂຍບາຍ, ວຽກງານສະຖິຕິ-ຖານຂໍ້ມູນວຽກງານນະໂຍບາຍ, ວຽກງານຄຸ້ມຄອງພະນັກງານບໍານານ-ເສຍອົງຄະ, ວຽກງານພົວພັນຕ່າງປະເທດ ແລະ ວຽກງານຕ່າງໆ ທີປີ່ນອ້ອມໃນຖັນເເຖວກອງທັບ ທີ່ຕິດພັນກັບວຽກງານຂອງຕົນໃຫ້ມີຄຸນນະພາບບັນລຸຕາມຄາດໝາຍ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຈາກນັ້ນ, ກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການປະຈຳປີ 2026 ຕື່ມອີກ. ໂອກາດນີ້ ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ໄດ້ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ສ້າງຄວາມສາມັກຄີເປັນເອກະພາບ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ເພື່ອເຮັດສຳເລັດໜ້າທີວຽກງານທີ່ການຈັດຕັ້ງ ມອບໝາຍໃຫ້. ໂດຍ: ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ