ຄະນະສິລະປະ ລາວ-ຫວຽດນາມ ເຝິກຊ້ອມກຽມສະແດງຮັບໃຊ້ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII
ເວລາອອກຂ່າວ: 2026-01-07 10:03:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ: ![]()
ໃນວັນທີ 6 ມັງກອນ 2026 ນີ້, ສະຫາຍ ນາງ ລັດດາວັນ ດວງດາລາ ຫົວໜ້າກອງສິລະປະກອນ ແຫ່ງຊາດ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຮັບຜິດຊອບການສະແດງຮັບໃຊ້ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII, ໄດ້ໃຫ້ສຳພາດວ່າ: ການໄດ້ມີສ່ວນຮ່ວມຮັບໃຊ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງບັນຍາກາດ ໃຫ້ຟົດຟື້ນ, ເບີກບານມ່ວນຊື່ນ ທັງເປັນການປຸກລະດົມ ພໍ່-ແມ່ປະຊາຊົນ ປະກອບສ່ວນເຂົ້າໃນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ເປັນຕົ້ນແມ່ນຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ໃຫ້ເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ, ການສະແດງຄັ້ງນີ້, ນັກສະແດງ ແມ່ນມາຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງສຶກສາທິການ ແລະ ກິລາ, ພາກສ່ວນນັກສະແດງຫວຽດນາມ ແມ່ນຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມີນັກສະແດງທັງໝົດ ພັນກວ່າຄົນ, ຈະເລີ່ມສະແດງຢູ່ສະໜາມກິລາແຫ່ງຊາດຫຼັກ 16 ໃນວັນທີ 9 ມັງກອນ 2026 ເວລາ 19:00 ໂມງເປັນຕົ້ນໄປ, ຂໍເຊີນຊວນໃຫ້ພໍ່ແມ່ປະຊາຊົນມາຮ່ວມຮັບຊົມການສະແດງໃນຄັ້ງນີ້ດ້ວຍ.
ໂດຍ: ວັນນະລັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















