ໃຕ້ການນໍາພາຂອງພັກ ວຽກງານ ປກຊ-ປກສ ໃນໄລຍະ 5 ປີຜ່ານມາ ມີຜົນສຳເລັດຫຼາຍດ້ານຢ່າງຕັ້ງໜ້າ
ເວລາອອກຂ່າວ: 2026-01-07 09:51:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ: ![]()
ຕະຫຼອດໄລຍະ 5 ປີ ຜ່ານການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍຄວາມຮັບຜິດຊອບສູງ, ພວກເຮົາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກ ກັບຄວາມເປັນເອກະພາບສູງຂອງຄະນະພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງ ທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດ, ໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: 5 ປີ ຜ່ານມາ ພວກເຮົາໄດ້ສຸມໃສ່ຄົ້ນຄວ້າປັບປຸງຄືນແຜນຍຸດທະສາດປ້ອງກັນ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ປະຕິບັດ ແລະ ເພີ່ມຄວາມສັກສິດ ໃນການຄຸ້ມຄອງເຂດຍຸດທະສາດປ້ອງກັນຊາດ ໃຫ້ຖືກກັບທ່າສະ ໜາມປ້ອງກັນຊາດທີ່ໄດ້ກຳນົດໄວ້, ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະຖານທີ່ຂອງຫົວໜ່ວຍ ກົມກອງທະຫານຈຳນວນໜຶ່ງຄືນໃໝ່, ເພື່ອເສີມຄວາມເຂັ້ມແຂງ ໃນການກຽມພ້ອມເຮັດສຳເລັດໜ້າທີ່ປ້ອງກັນຊາດ ຢູ່ແຕ່ລະທິດຍຸດທະສາດຂອງປະເທດ, ສຸມກຳລັງລົງກໍ່ສ້າງຮາກຖານການເມືອງ ຢູ່ເຂດຫ່າງ ໄກສອກຫຼີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫຼໍ່ແຫຼມ, ປະຈຸບັນມີ 19 ກອງປະຕິບັດງານ, ມີຈຳນວນ ພົນ 405 ສະຫາຍ, ປະຈຳຢູ່ 28 ຈຸດຂອງ 210 ບ້ານ, ລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ມີ 1,107 ຫົວໜ່ວຍກົມກອງ, ມີຈຳນວນພົນ 4,141 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງ ກຸ່ມບ້ານສູ້ຮົບຕິດລຽນໄດ້ 204 ກຸ່ມບ້ານ, ປັບປຸງ ແລະ ກໍ່ສ້າງກຳລັງກອງຫຼອນໄດ້ 1,223 ກ້ອງຮ້ອຍ, ສ້າງຕັ້ງກໍາລັງປ້ອງກັນຕົວໄດ້ 17 ກອງຮ້ອຍ. ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫຼັງຍຸດທະສາດ ຕິດພັນກັບພັດທະນາກຸ່ມບ້ານລຽບຕາມຊາຍແດນ ທາງທິດແນວຫຼັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້, ອັນໄດ້ເຮັດໃຫ້ບໍລິເວນດັ່ງກ່າວໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນກວ່າເກົ່າ, ສໍາຄັນແມ່ນສາມາດເຮັດໃຫ້ເຂດດັ່ງກ່າວມີຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ນອກຈາກນັ້ນຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທ່າສະໜາມ ປ້ອງກັນຊາດຈຳນວນໜຶ່ງເຊັນ: ສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນວາງ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ໃນແຕ່ລະທິດ, ບໍລິເວນຍຸດທະສາດທີ່ສໍາຄັນ ໃຫ້ຮັບປະກັນ ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບ ວຽກງານ ປກຊ-ປກສ. ໄປຄຽງຄູ່ກັບວຽກງານປ້ອງກັນຊາດ, ພວກເຮົາຍັງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ວຽກງານຕ້ານ ແລະ ແກ້ໄຂການກໍ່ອາດຊະຍາກຳຕ່າງໆ ໃນນີ້ແມ່ນສຸມໃສ່ອາດຊະຍະກຳທາງອິນເຕີເນັດ, ເຊິ່ງໃນຊຸມ ປີຜ່ານມາ, ວິທະຍາສາດເທັກໂນໂລຊີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ມີລັກສະນະກ້າວ ກະໂດດ, ເຕັກໂນໂລຊີທາງຂໍ້ມູນຂ່າວສານ, ການກຳເນີດຂອງສື່ອອນລາຍ, ອິນເຕີເນັດ ໄດ້ເຮັດໃຫ້ ສັງຄົມໂລກ ສາມາດເຂົ້າໃກ້ຫາກັນໄດ້ ຢ່າງສະດວກວ່ອງໄວ ໂດຍບໍ່ມີພົມແດນ. ແຕ່ຂະນະດຽວກັນ ພວກຄົນບໍ່ດີ ກໍໄດ້ສວຍໃຊ້ອິນເຕີເນັດ ເພື່ອກໍ່ອາດຊະຍາກຳ ເປັນຕົ້ນການສໍ້ໂກງເອົາຊັບສິນ, ແຊກຊຶມ ເອົາຂໍ້ມູນລັບຂອງບຸກຄົນ, ອົງກອນ, ໂຈມຕີເຂົ້າລະບົບການເງິນ, ບັນຊີທະນາຄານ ແລະ ອື່ນໆ ເຊິ່ງໄດ້ ສ້າງຄວາມເສຍຫາຍທາງດ້ານສັບສິນຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງທາງດ້ານ ການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດເຮົາ. ບັນດາອິດທິກຳລັງປໍລະປັກ ໄດ້ສວຍໃຊ້ອິນເຕີ ເນັດເປັນເຄື່ອງມື ເພື່ອດໍາເນີນການເຄື່ອນໄຫວມ້າງແນວຄິດ ດ້ວຍຮູບການບິດເບືອນຂໍ້ມູນ, ໂຄສະນາ ຜ່ານສື່ອອນລາຍ ແນໃສ່ໂຄ່ນລົ້ມ ໂຈມຕີແນວທາງ, ນະໂຍບາຍຂອງພັກ, ລັດ; ປັ່ນປ່ວນ ມ້າງແນວຄິດ ຂອງປະຊາຊົນ ເຮັດໃຫ້ສັງຄົມເກີດມີແນວຄິດຊັ່ງຊາປຽບທຽບ, ຄອນແຄນ, ລະແວງສົງໃສກັນ, ຖືກ ແກ່ດຶງ ໃຫ້ເຂົ້າຮ່ວມລຸກຮື້ຂຶ້ນປະທ້ວງ ຕໍ່ຕ້ານແນວທາງ, ນະໂຍບາຍຂອງພັກ-ລັດ. ແຕ່ຍ້ອນຄວາມ ເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມທົບຂອງພາກສ່ວນທີ່ ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຕັດສິນໃຈສູງຂອງເຈົ້າໜ້າທີ່ພວກເຮົາ ຈຶ່ງສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂເຫດການ ກໍ່ຄືສາມາດທຳລາຍກົນອຸບາຍຂອງພວກບໍ່ຫວັງດີໃຫ້ປະລາໄຊລົງ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ໃນຊຸມປີຕໍ່ໜ້ານີ້ ພວກເຮົາຮັບຮູ້ໄດ້ບັນຫາທີ່ຈະສຸມໃສ່ແກ້ໄຂ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ ບາງບັນຫາດັ່ງນີ້: ຜັນຂະຫຍາຍຜົນສຳເລັດ ຂອງການສ້າງພື້ນຖານເຂດຍຸດທະສາດແນວຫຼັງ, ກຸ່ມບ້ານເຂດ ຈຸດສຸມ ແລະ ກຸ່ມບ້ານລຽບຊາຍແດນທີ່ໄດ້ສ້າງສຳເລັດແລ້ວນັ້ນ, ໃນນັ້ນຈະສຸມໃສ່ສົມທົບກັບອົງການ ປົກຄອງທ້ອງຖິ່ນ ຊຸກຍູ້ການພັດທະນາເສດຖະກິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ; ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ຍົກລະດັບຄວາມສາມາດຂອງພະນັກງານ ລົງກໍ່ສ້າງຮາກຖານໃຫ້ມີຄຸນນະພາບ, ປັບປຸງເນື້ອໃນ ແລະ ວິທີປະຕິບັດຕົວຈິງໃຫ້ສອດຄ່ອງກັບສະພາບ ການ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ; ສຸມໃສ່ປັບປຸງບັນດາກິດຈະການປ້ອງກັນຊາດທີ່ສ້າງສຳເລັດແລ້ວ ໃຫ້ມີຄວາມແໜ້ນໜາ ຖາວອນ ແລະ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນ, ພ້ອມກັນນີ້ ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງບ້ານປ້ອມ ໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ປັບປຸງກຳລັງກອງຫຼອນ, ກອງປ້ອງກັນຕົວໃຫ້ມີຄວາມເຂັ້ມແຂງຂຶ້ນ, ສາ ມາດເຄື່ອນໄຫວເຮັດໜ້າທີ່ຮັກສາຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນບ້ານຂອງຕົນ; ປະສານສົມທົບກັນຢ່າງສະໜິດແໜ້ນ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກເຫັນເລ່ຫຼ່ຽມ, ຮູບການເຄື່ອນໄຫວຕົວະຍົວະຫຼອກລວງ, ສໍ້ໂກງຜ່ານອິນເຕີເນັດ ພ້ອມທັງໂຄສະນາ, ເຜີຍແຜ່ໃຫ້ ສັງຄົມຮັບຮູ້ຢ່າງທັນເວລາ; ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງຮ່ວມກັນຄົ້ນຄວ້າ ວາງລະບຽບ, ສ້າງນິຕິກຳ ໃນການຄຸ້ມຄອງລະບົບໂທລະ ຄົມມະນາຄົມ, ອິນເຕີເນັດ ແລະ ບັນດາຂົງເຂດທີ່ກຳລັງຖືກພວກອາດຊະຍາກຳຜ່ານອິນເຕີເນັດສວຍໃຊ້ ໃຫ້ຄົບຖ້ວນ, ແທດເໝາະກັບສະພາບຄວາມເປັນຈິງ ຂອງປະເທດເຮົາ; ສຸມໃສ່ການກໍ່ສ້າງ ຫຼື ດຶງດູດເອົາບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານນີ້ ເພື່ອ ດໍາເນີນການຕ້ານ, ສະກັດກັ້ນ, ຕໍ່ສູ້ກັບພວກອາດຊະຍາກຳຜ່ານອິນເຕີເນັດ ໃຫ້ມີປະສິດທິຜົນ, ຄຽງຄູ່ ກັນນັ້ນ ເພີ່ມທະວີວຽກງານການຮ່ວມມືສາກົນ ໃນການເຄື່ອນໄຫວຕໍ່ສູ້, ສະກັດກັ້ນຕ້ານອາດຊະຍາກຳ ທາງອິນເຕີເນັດ ຫຼື ອາດຊະຍະກຳໄຊເບີໃຫ້ແຂງແຮງ, ແໜ້ນແຟ້ນ ແລະ ມີປະສິດທິຜົນສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















