ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຮຸ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-22 10:42:09 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ນາງ ນິລັນລັກ ເພັດສະດາ ນັກຮຽນຊັ້ນ ມ 7 ຈາກໂຮງຮຽນມັດ ທະຍົມສົມບູນດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນໄດ້ ສະແດງທັດສະນະ ແລະ ຄວາມຮູ້ສຶກຂອງຕົນຕໍ່ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີວ່າ: ຕະຫຼອດ 70 ແຫ່ງການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງຂອງກອງທັບປະ ຊາຊົນລາວ ເຫັນວ່າມີ ຄວາມຕິດພັນຢ່າງສະ ໜິດແໜ້ນກັບພາລະກິດປະຕິວັດບໍ່ວ່າໃນສະ ໄໝຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເວລາໃດກອງ ທັບກໍເປັນກອງນຳໜ້າເຮັດສຳເລັດທຸກໜ້າທີ່ ທີ່ ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ,ປະຊາຊົນລາວບັນດາເຜົ່າມີຄວາມສາມັກ ຄີປອງດອງກັນ,ເສດຖະກິດ-ວັດທະນະທຳ-ສັງຄົມ ມີການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນ ບັນດາເຜົ່ານັບມື້ດີຂຶ້ນເປັນກ້າວໆ ທັງໝົດນັ້ນແມ່ນການເສຍສະຫຼະ ແລະ ການປະກອບສ່ວນຢ່າງສົມກຽດຂອງພວກພໍ່-ແມ່, ອາວ-ອາ, ປ້າ-ລຸງ ແລະ ອ້າຍ-ເອື້ອຍ ທະຫານ. ຫຼານຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດທີ່ໄດ້ເກີດເປັນຄົນລາວ ແລະ ດຳລົງຊີວິດຢູ່ໃນບົນດິນແດນທີ່ອຸດົມສົມບູນຮັ່ງມີສວຍງາມ ແຫ່ງນີ້, ໃນ ນາມທີ່ເປັນອະນຸຊົນຄົນໜຸ່ມນ້ອຍ ກໍຈະຕັ້ງໜ້າສຶກ ສາຮໍ່າ ຮຽນເອົານໍ້າໃຈປະຕິວັດ ແລະ ຂອງກອງທັບ, ພ້ອມກັນນັ້ນກໍຈະ ຫຼໍ່ຫຼອມຕົນເອງ ເພື່ອໃຫ້ເປັນຄົນດີຂອງສັງຄົມ ແລະ ເປັນໜໍ່ແໜງຜູ້ສືບ ທອດໃນອະນາຄົດ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຫຼານເອງຂໍສະແດງຄວາມຮູ້ ບຸນຄຸນ ແລະ ອວຍພອນໃຫ້ແກ່ ພໍ່-ແມ່, ອາວ-ອາ, ປ້າ-ລຸງ ແລະ ອ້າຍ-ເອື້ອຍທະຫານທຸກຖ້ວນໜ້າ, ໂດຍສະເພາະແມ່ນຜູ້ທີ່ກຳລັງປະ ຕິບັດໜ້າທີ່ຢູ່ຕາມເຂດຫ່າງໄກສອກຫຼີກ, ທຸລະກັນດານ, ຈຸດສຸມຫຍຸ້ງ ຍາກ ຂໍຈົງມີພະລານະໄມສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນ, ຕໍ່ຜູ້ທີ່ກຳລັງເຈັບ ປ່ວຍ ແລະ ພະຍາບານຕົວຢູ່ຕາມໂຮງພະຍາບານແຫ່ງຕ່າງໆໃນ ຂອບເຂດທົ່ວປະເທດ ຂໍຈົ່ງຫາຍເຊົາຈາກພະຍາດໂລຄາໂດຍໄວ ແລະ ກັບຄືນສູ່ຄອບຄົວ, ກົມກອງຂອງຕົນ, ເພື່ອສືບຕໍ່ພັດທະນາຄອບ ຄົວ ແລະ ກົມກອງໃຫ້ມີຄວາມສຳເລັດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ