ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຕັ້ງໜ້າ​ຮຳ່ຮຽນ​ເອົາ ແບບຢ່າງ​ຄຸນສົມບັດ ຂອງ​ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-12-12 09:23:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3917 | ຄວາມນິຍົມ:



ປະທານ ໄກສອນ ພົມວິຫານ ແມ່ນ​ນັກ​ຮັກ​ຊາດ​ຜູ້​ຍິ່ງ​ໃຫຍ່, ມີ​ນ້ຳໃຈ​ເສຍສະຫຼະ​ສູງ​ສົ່ງ, ນັກ​ປະຕິວັດ​ສຸດ​ກົກ​ສູດ​ປາຍ ແລະ ຮັບ​ໃຊ້​ປະຊາຊົນ​ໝົດ​ຈິດ​ໝົດ​ໃຈ, ມີ​ຄວາມ​ດຸໝັ່ນ​ພາກ​ພຽນ ຊອກ​ຮູ້​ຮ່ຳຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ທັດສະນະ​ມະຫາຊົນ, ເປັນ​ຄັນ​ທຸງ​ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ ແລະ ມີ​ນ້ຳໃຈ​ສາກົນ​ອັນ​ຜ່ອງ​ໃສ. ບັນດາ​ແບບຢ່າງ​ຄຸນສົມບັດ​ຂອງ​ເພິ່ນ ເຊິ່ງ​ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ສືບຕໍ່​ຕັ້ງໜ້າ​ຮ່ຳຮຽນ​ເອົາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ມີ​ດັ່ງນີ້: 1. ຮ່ຳຮຽນ​ເອົາ​ແບບແຜນ​ວິທີ​ເຮັດ​ວຽກ ຢ່າງ​ມີ​ຫຼັກການ ຂອງ​ປະທານ ໄກສອນ ພົມວິຫານ ເປັນຕົ້ນ ແມ່ນ​ແບບແຜນ​ໃນ​ການ​ຊີ້​ນຳ-ນຳພາ ຢຶດ​ໝັ້ນ​ຫຼັກການ​ຂອງ​ພັກ, ການ​ເຮັດ​ວຽກ​ມີ​ການ​ວາງ​ແຜນ, ມີ​ແຜນ​ງານ, ໂຄງການ​ລະອຽດ, ມີ​ການ​ຄາດ​ຄະເນ​ລ່ວງ​ໜ້າ, ການ​ເຮັດ​ວຽກ​ມີ​ລະບົບ​ການ​ແບ່ງ​ງານ, ແບ່ງ​ຄວາມ​ຮັບຜິດຊອບ, ມີ​ກົນ​ໄກ​ການ​ປະສານ​ສົມທົບ​ກັບ​ພາກສ່ວນ​ຕ່າງໆ ຢ່າງ​ແໜ້ນ​ແຟ້ນ, ມີ​ການ​ສະຫຼຸບ​ສ່ອງ​ແສງ, ລາຍ​ງານ​ຢ່າງ​ເປັນ​ລະບົບ ແລະ ມີ​ການ​ຕິດຕາມ​ກວດກາ​ຢ່າງ​ຮອບ​ຄອບ ແລະ ຕໍ່​ເນື່ອງ, ເພື່ອ​ແນໃສ່​ສ້າງ​ໃຫ້​ພັກ​ມີ​ຄວາມ​ປອດ​ໃສ, ສ້າງ​ໃຫ້​ລັດ​ມີ​ຄວາມ​ເຂັ້ມແຂງ, ສ້າງ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະຊາຊົນ. 2. ຮ່ຳຮຽນ​ເອົາ​ແບບແຜນ​ວິທີ​ເຮັດ​ວຽກ ທີ່​ຮັບປະກັນ​ລັກສະນະ​ວິທະຍາສາດ. ຍ້ອນ​ວ່າ ວິທະຍາສາດ ໝາຍ​ເຖິງ​ຄວາມ​ຈິງ, ການ​ເຮັດ​ວຽກ​ຕ້ອງ​ສະແດງ​ອອກ​ຕາມ​ຄວາມ​ຈິງ​ພາວະ​ວິໄສ, ເຮັດ​ວຽກ​ຕ້ອງ​ໄດ້​ອີງໃສ່​ມະຕິ, ມີ​ມະຕິ​ແລ້ວ ກໍ​ຕ້ອງ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ເອກະ​ພາບ, ທິດ​ສະ​ດີ​ໄປ​ພ້ອມ​ກັບ​ພຶດຕິ​ກຳ, ພຶດຕິ​ກຳ ຕ້ອງ​ໄດ້​ພິສູດ​ເຖິງ​ຄວາມ​ຖືກຕ້ອງ​ທາງ​ດ້ານ​ທິດ​ສະ​ດີ, ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ, ທຸກໆ​ບັນຫາ ຕ້ອງ​ໄດ້​ມີ​ການ​ຄົ້ນຄວ້າ, ຄົ້ນ​ຄິດ​ລະອຽດ, ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທາງ​ປະຕິບັດ ແລະ ນຳພາ​ເຮັດ​ດ້ວຍ​ຄວາມ​ຕັ້ງໜ້າ. ໃນ​ນີ້, ການ​ເຮັດ​ວຽກ​ຕ້ອງ​ໄດ້​ເຄົາລົບ​ຫຼັກການ, ຫຼັກ​ເກນ, ກົດເກນ ແລະ ທິດ​ສະ​ດີ​ຂອງ​ນັກ​ມາກ​ຊິດ, ນັກວິທະຍາສາດ​ທີ່​ກ້າວໜ້າ ເພື່ອ​ໜູນ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ປະເທດ​ຊາດ ໃຫ້​ສອດຄ່ອງ​ກັບ​ຍຸກ​ສະໄໝ. 3. ຮ່ຳຮຽນ​ເອົາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເຝິກຝົນ​ຫຼໍ່​ຫຼອມ​ນ້ຳໃຈ​ຮັກ​ຊາດ, ນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ, ຈິດໃຈ​ປະຕິວັດ​ສຸດ​ກົກ​ສຸດ​ປາຍ, ມານະ​ຈິດ​ປະຕິວັດ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ, ຮ່ຳຮຽນ​ເອົາ​ທັດສະນະ​ມະ ຫາ​ຊົນ, ເຄົາລົບ​ນັບຖື​ປະຊາຊົນ, ຍົກ​ສູງ​ສະຕິ​ຮັກ​ຊາດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໃນ​ເງື່ອນໄຂ​ພົບ​ຄວາມ​ຫຍຸ້ງຍາກ ພະນັກງານ, ສະມາຊິກ​ພັກ ຕ້ອງ​ເຫັນ​ພ້ອມ​ກັບ​ແນວທາງ, ຕ້ອງ​ຢືນ​ຢູ່​ໃນ​ທ່າ​ບຸກ ໃນ​ການ​ປະກອບສ່ວນ​ເປັນ​ກຳລັງ​ແຮງ​ຊ່ວຍ​ພັກ-ລັດ, ກ້າ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ຫຍຸ້ງຍາກ​ບໍ່​ທໍ້ຖອຍ, ງໍ້​ຫງ່ຽງ ແລະ ຍອມ​ຈຳນົນ​ແບບ​ງ່າຍດາຍ, ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ພັກ, ລັດ ແລະ ປະຊາຊົນ ຕ້ອງ​ຢຶດ​ໝັ້ນ​ຄຳ​ປະຕິຍານ 5 ຂໍ້ ເພື່ອ​ອຸທິດ​ຕົນ​ເພື່ອ​ພັກ, ເພື່ອ​ຊາດ ແລະ ພາລະກິດ​ປະຕິວັດ. 4. ຮ່ຳຮຽນ​ເອົາ​ນ້ຳໃຈ​ປະຢັດ​ມັດທະຍັດ, ຄວາມ​ດຸໝັ່ນ​ໃນ​ການ​ອອກແຮງ​ງານ, ຮ່ຳຮຽນ​ເອົາ​ຄວາມ​ດຸ ໝັ່ນ​ຂະຫຍັນ​ພຽນ, ການ​ຊອກ​ຮູ້​ຮ່ຳຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ການ​ຢຶດ​ໝັ້ນ​ທິດ​ນຳ​ທີ່​ວ່າ ຮຽນ​ແລ້ວ​ຮຽນ​ອີກ, ຮຽນ​ເລື້ອຍໆ​ໄປ, ຮຽນ​ນຳ​ຕຳລາ​ຮຽນ, ຮຽນ​ນຳ​ໝູ່​ຄະນະ, ຜູ້​ອາວຸໂສ, ນຳ​ປະຊາຊົນ, ນຳ​ພຶດຕິ​ກຳ​ຕົວ​ຈິງ, ໝັ່ນ ຊອກ​ຮູ້​ຮ່ຳຮຽນ ແລະ ສະແຫວງຫາ​ຄວາມ​ຮູ້​ບົດຮຽນ​ອັນ​ໃໝ່​ຢູ່​ສະເໝີ, ຮຽນ​ນຳ​ນັກ​ທິດ​ສະ​ດີ, ນັກປາດ-ອາຈານ, ຜູ້​ຊ່ຽວຊານ​ທັງ​ພາຍ​ໃນ ແລະ ຕ່າງປະເທດ. ພະນັກງານ, ສະມາຊິກ​ພັກ ຕ້ອງ​ໄດ້​ຮຽນ​ຄົ້ນຄວ້າ, ໝູນ​ໃຊ້​ຜົນສຳເລັດ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ​ໃໝ່ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ. 5. ຖື​ເອົາ​ແບບຢ່າງ​ຄວາມ​ສາມັກຄີ​ເປັນ​ບັນຫາ​ໃຈກາງ ໃນ​ການ​ພັດທະນາ​ອົງການ ແລະ ປະເທດ​ຊາດ ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ ແລະ ຕ່າງປະເທດ​ໃຫ້​ແໜ້ນ​ແຟ້ນ, ເພື່ອ​ສ້າງ​ໄດ້​ກຳລັງ​ທີ່​ເຂັ້ມແຂງ ຮັບ​ໃຊ້​ແກ່​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ​ຂອງ​ເຮົາ ໃນ​ປັດຈຸບັນ ແລະ ອະນາຄົດ. ເອົາໃຈໃສ່​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ, ໝູ່​ຄະນະ, ສາມັກຄີ​ກັບ​ນັກ​ປະຕິວັດ, ທຸກ​ເຜົ່າ, ຊັ້ນ​ຄົນ ແລະ ສາມັກຄີ​ກັບ​ປະເທດ​ໃກ້​ຄຽງ, ເພື່ອນ​ມິດ​ຍຸດ​ທະ​ສາດ, ບັນດາ​ປະຊາ​ຊາດ​ໃຫ້​ໜັກ​ແໜ້ນ ແລະ ກວ້າງຂວາງ. ເປີດ​ກວ້າງ​ການ​ພົວພັນ​ສາມັກຄີ​ກັບ​ຫຼາຍ​ພັກ​ການເມືອງ ແລະ ບັນດາ​ອົງ​ການຈັດຕັ້ງ​ສາກົນ ເພື່ອ​ຍາດ​ແຍ່ງ​ເອົາ​ບົດຮຽນ, ການ​ສະໜັບສະໜູນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ ອັນ​ມີ​ກຽດ​ຂອງ​ຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ