ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ສູນສ້ອມແປງລົດ ວິອໍໂຕທ່າຍ ຈໍາກັດ ຜູ້ດຽວ ມອບຄອມພິວເຕີຕັ້ງໂຕະໃຫ້ກົມນະໂຍບາຍ
ເວລາອອກຂ່າວ: 2025-12-10 16:07:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 738 | ຄວາມນິຍົມ:



ໃນວັນທີ 10 ທັນວາ 2025 ນີ້, ທ່ານ ວາກາລິ ວົງໄຊ ອໍານວຍການສູນສ້ອມແປງລົດ ວິອໍໂຕທ່າຍ ຈໍາກັດ ຜູ້ດຽວ ຢູ່ ສປປ ລາວ ໄດ້ນໍາເອົາຄອມພິວເຕີຕັ້ງໂຕະ ຈໍານວນ 3 ເຄື່ອງ ລວມມູນຄ່າທັງໝົດ 30 ລ້ານກີບ ມາມອບໃຫ້ກົມນະໂຍບາຍ ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ອໍານວຍການສູນສ້ອມແປງລົດ ວິອໍໂຕທ່າຍ ຈໍາກັດ ຜູ້ດຽວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານ ແລະ ຄວາມຈຳເປັນຂອງພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ດ້ວຍຄວາມຫຍຸ້ງຍາກ ແລະ ອຸປະກອນຮັບໃຊ້ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະ ຈຶ່ງໄດ້ນຳເອົາຄອມພິວເຕີຕັ້ງໂຕະຈໍານວນດັ່ງກ່າວມາມອບໃຫ້ກົມນະໂຍບາຍໃນຄັ້ງນີ້, ພ້ອມທັງຢັ້ງຢືນວ່າ:ຈະໝູນໃຊ້ຄອມພິວເຕີເຂົ້າໃນວຽກງານວິຊາສະເພາະຂອງກົມໃຫ້ເກີດປະໂຫຍດສູງສຸດ. ພ້ອມກັນນັ້ນ, ຍັງໄດ້ມອບໃບສົມມະນາຄຸນ ໃຫ້ແກ່ສູນສ້ອມແປງລົດ ວິອໍໂຕທ່າຍ ຈໍາກັດ ຜູ້ດຽວ ຢູ່ ສປປລາວ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ