ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຊາວໝຸ່ມ-ແມ່ຍິງ ກອງສິລະປະກອນກອງທັບ ສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ
ເວລາອອກຂ່າວ: 2025-12-10 16:01:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 655 | ຄວາມນິຍົມ:



ເພື່ອຂໍ່ານັບຮັບຕ້ອນວັນສຳຄັນປະຫວັດສາດຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ. ໃນວັນທີ 10 ທັນວາ 2025 ນີ້, ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ກອງສິລະປະກອນ ກອງທັບ ໄດ້ສ້າງຂະບວນການອອກເເຮງງານລວມ ໂດຍການເຂົ້າຮ່ວມ ແລະ ຊີ້ນຳ-ນຳພາ ຂອງ ສະຫາຍ ພັນໂທ ນາງ ມ້ວຍໄຊ ຈິດຕະວົງ ເລຂາໜ່ວຍແມ່ຍິງ ແລະ ສະຫາຍ ພັນຕີ ແສງແກ້ວ ຈັນທະວົງ ເລຂາໜ່ວຍຊາວໜຸ່ມ ກອງສິລະປະກອນກອງທັບ, ມີສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ມ້ວຍໄຊ ຈິດຕະວົງ ໄດ້ໃຫ້ຮູ້ວ່າ: ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້, ເປັນການຫັດແໜ້ນຄວາມສາມັກຄີ ພາຍໃນກົມກອງ, ເພື່ອຈັດຕັ້ງປະຕິບັດອານາໄມຂອບເຂດຮັບຜິດຊອບຂອງຕົນ ໃຫ້ມີຄວາມສະອາດຈົບງາມ. ເຊິ່ງການອອກແຮງງານແມ່ນໄດ້ພ້ອມກັນອະນາໄມເກັບຂີ້ເຫຍື້ອ, ຕັດກິ່ງໄມ້, ກວາດອະນາໄມສະຖານທີ່ອ້ອມຂ້າງກອງສິລະປະກອນ ເລີ່ມຈາກດ້ານໜ້າຈົນເຖິງດ້ານຫຼັງ ແລະ ຍັງຈະໄດ້ອານາໄມພາຍໃນຕຶກອາຄານ, ສໍານັກງານ, ຫ້ອງການ ພາຍໃນກອງສິລະປະກອນກອງທັບ ເພື່ອໃຫ້ມີຄວາມຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ