ຄະນະໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໄດ້ເດີນທາງໄປສະໜາມກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມຢູ່ເມືອງວຽງໄຊ
ເວລາອອກຂ່າວ: 2025-12-10 15:40:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 815 | ຄວາມນິຍົມ: ![]()
ໃນວັນທີ 10 ທັນວາ 2025 ນີ້, ຄະນະໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 16 ໄດ້ເດີນທາງໄປຍັງສະໜາມກວດກູ້ ແລະ ທໍາລາຍລະເບີດ ຢູ່ເມືອງວຽງໄຊ, ແຂວງຫົວພັນ, ເພື່ອສັງເກດການປະຕິບັດງານກວດກູ້ ແລະ ທຳລາຍລະເບີດຕົວຈິງ ທີ່ກອງທັບ ລາວ - ຣັດເຊຍ ພວມປະຕິບັດງານຢູ່. ການເດີນທາງເຂົ້າຮ່ວມສັງເກດການ ການທຳລາຍລະເບີດຄັ້ງນີ້ ແມ່ນສ່ວນໜຶ່ງຂອງການເສີມສ້າງຄວາມເຂົ້າໃຈ ແລະ ການຮ່ວມມືໃນພາກພື້ນ ໂດຍສະເພາະວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງໃນປາງສົງຄາມ.
ໂອກາດນີ້, ຄະນະຜູ້ແທນໄດ້ຮັບຟັງການລາຍງານຫຍໍ້ໃນການຈັດຕັ້ງປະຕິບັດວຽກງານກວດກູ້ລະເບີດ ຮ່ວມລະຫວ່າງ 2 ກອງທັບ ລາວ-ຣັດເຊຍ ຢູ່ພາກສະໜາມ ເຊິ່ງມີທັງສິ່ງອໍານວຍຄວາມສະດວກ, ສິ່ງທ້າທາຍ ແລະ ຄວາມຄືບໜ້າໃນການເກັບກູ້ລະເບີດ ຈາກ ສະຫາຍ ພັນໂທ ຄອນແກ້ວ ອໍລະດົມ ຫົວໜ້າການທະຫານ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກອົບຮົມບັນເທົາໄພພິບັດກອງທັບປະຊາຊົນລາວ ເຊິ່ງໄດ້ໃຫ້ຂໍ້ມູນທີ່ສຳຄັນກ່ຽວກັບເຕັກນິກ, ຂັ້ນຕອນ ແລະ ຄວາມປອດໄພໃນການດຳເນີນງານ. ຫຼັງຈາກນັ້ນກໍ່ໄດ້ມີການຈຳລອງເຫດການໃນການດຳລົງຊີວິດຂອງພໍ່-ແມ່ປະຊາຊົນທີ່ດຳລົງຊີວິດຢູ່ໃນພື້ນທີ່ ທີ່ມີຄວາມສ່ຽງຕໍ່ກັບລະເບີດທີ່ຍັງຕົກຄ້າງ ແລະ ບໍ່ທັນແຕກ ໃຫ້ບັນດາຄະນະໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 16 ໄດ້ຮັບຊົມ. ພ້ອມນັ້ນ, ຄະນະກວດກູ້ລະເບີດ ລາວ-ຣັດເຊຍ ກໍ່ໄດ້ມີການປະຕິບັດການທຳລາຍລະເບີດ ທີ່ໄດ້ກວດເຫັນ ແລະ ເກັບກູ້ມາໄວ້ຢູ່ພາກສະໜາມ, ໃຫ້ຄະນະໜ່ວຍງານຜູ້ຊ່ຽວຊານດັ່ງກ່າວ ໄດ້ສັງເກດເຫັນວິທີການທຳລາຍຕົວຈິງ, ເພື່ອເປັນການຢືນຢັນເຖິງມາດຕະຖານ ແລະ ປະສິດທິພາບຂອງການປະຕິບັດງານໃນພາກສະໜາມຂອງ ສປປ ລາວ. ຫຼັງຈາກສຳເລັດພິທີແລ້ວ ຄະນະຜູ້ແທນຍັງໄດ້ຖືໂອກາດ ທ່ຽວຊົມບັນດາຖ້ຳຢູ່ເມືອງວຽງໄຊຕື່ມອີກ.
ໂດຍ: ໄພລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















