ກອງພັນ 207 ສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ
ເວລາອອກຂ່າວ: 2025-12-10 09:45:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ທິດຊີ້ນຳຂອງຫ້ອງການເມືອງ ກອງພົນ ທີ 4 ກ່ຽວກັບການສ້າງຂະບວນ ການຂໍ່ານັບຮັບຕ້ອນ ແລະ ສະ ເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ, ຂອງພັກເວົ້າລວມ, ເວົ້າສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ. ກອງພັນ 207 ທີ່ຂຶ້ນກັບກອງພັນໃຫຍ່ 402 ກອງພົນທີ 4 ຈຶ່ງໄດ້ສ້າງ ຂະບວນການອອກແຮງງານລວມ ອະນາໄມປະດັບປະດາບໍລິ ເວນຄ້າຍຄູໃຫ້ມີຄວາມສະອາດຈົບງາມ.
ສະຫາຍ ພັນຕີ ສິນທະວີ ພົມມະວົງສາ ຮອງຫົວໜ້າການ ເມືອງ ກອງພັນ 207 ໃຫ້ຮູ້ວ່າ: ການສ້າງຂະບວນການຄັ້ງນີ້ ໄດ້ປັບປຸງເສັ້ນທາງເຂົ້າຄ້າຍ ດ້ວຍການຂຸດເອົາດິນມາຖົມໃສ່ເສັ້ນທາງບ່ອນທີ່ເປ່ເພ ເປັນບວກເປັນຂຸມ, ຖາງປ່າບ່ອນທີ່ຮົກເຮື້ອ ແລະ ອະນາໄມເກັບເສດຂີ້ເຫຍື້ອ ລຽບຕາມແຄມທາງເຂົ້າຄ້າຍ ນັບແຕ່ເສັ້ນທາງເລກທີ 13 ໃຕ້ ຮອດສຳນັກງານກອງພັນ ໄລຍະທາງປະມານ 1.000 ແມັດ, ບົວລະ ບັດໜານດອກໄມ້ໜ້າຫ້ອງການ, ອະນາໄມເດີ່ນບານກອງພັນ, ປະດັບປະດາຕິດທຸງຊາດ, ທຸງພັກ, ທຸງທິວ ແລະ ອື່ນໆ. ທັງນີ້, ກໍເພື່ອເຮັດໃຫ້ການສັນຈອນໄປ-ມາຂອງພະນັກງານ-ນັກຮົບ ຕະຫຼອດຮອດປະຊາຊົນບ້ານອ້ອມຂ້າງກົມກອງ ມີຄວາມສະ ດວກສະບາຍ, ກົມກອງເປັນລະ ບຽບຮຽບຮ້ອຍ, ສະອາດງາມ ຕາ. ໄປພ້ອມກັນນີ້, ຄະນະພັກ-ຄະນະບັນຊາ ຍັງໄດ້ປຸກລະດົມ ພະນັກງານ-ນັກຮົບໃນກົມກອງ ສຸມໃສ່ວຽກງານສ້າງພະລາທິ ການກັບທີ່ ສືບຕໍ່ປະຕິບັດວຽກງານ 4 ປູກ 4 ລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ ທັງເປັນການສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ກົມກອງນຳອີກ. ການສ້າງຂະບວນການຄັ້ງນີ້ ນອກຈາກເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກແລ້ວ ຍັງເປັນການສ້າງເງື່ອນໄຂໃນການປັບປຸງກົມກອງ ໃຫ້ກາຍເປັນກົມກອງວັດທະນະທຳ, ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຢ່າງແຂງແຮງ ເຮັດໃຫ້ກົມກອງມີລະບຽບແບບແຜນທັນສະໄໝ ແລະ ມີທ່າກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















