ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ອວຍພອນ ກອງບັນຊາການທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2025-12-10 09:41:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ: ![]()
ວັນທີ 5 ທັນວາ 2025 ທີ່ຜ່ານມານີ້, ຄະນະຜູ້ແທນ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຈິ່ງແທັງ ບິ່ງ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນ ແຂວງ ກວາງຈິ ພ້ອມດ້ວຍຄະນະ ໄດ້ເດີນທາງມາພົບປະຢ້ຽມຢາມ ແລະ ອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະ
ຫານແຂວງຄຳມ່ວນ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ແລະ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການາທະຫານແຂວງຄໍາມ່ວນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ຈິ່ງ ແທັງ ບິ່ງ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ຂອງຕົນກ່າວ
ສະແດງຄວາມຢ້ຽມຢາມຖາມຂ່າວມາຍັງຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບທະຫານແຂວງຄຳມ່ວນ ດ້ວຍຄວາມສະໜິດສະໜົມ ແລະ ຄວາມສາມັກຄີ
ຮັກແພງແບບພິເສດ ຈາກນັ້ນ ສະຫາຍ ກໍໄດ້ຍົກໃຫ້ເຫັນສະພາບການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງໃນໄລຍະຜ່ານມາ ເປັນຕົ້ນແມ່ນສະພາບການທາງດ້ານເສດຖະກິດ-ສັງຄົມ, ສະພາບການຈັດຕັ້ງປະຕິບັດ
ໜ້າທີ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບຕາມບໍລິເວນຊາຍແດນຂອງທັງສອງແຂວງ ກວາງຈິ-ຄຳມ່ວນ ລວມເຖິງການຮ່ວມມືຮອບດ້ານຂອງສອງກຳລັງ ແລະ ປະຊາຊົນທັງສອງຝ່າຍຕາມບໍລິເວນຊາຍແດນ ໃນການປະສານສົມທົບແໜ້ນ ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນຕະຫຼອດມາ ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ທະຫານແຂວງຄຳມ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳ ເລັດໃນໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ໂອກາດດຽວກັນ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ກໍ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນທົ່ວກອງບັນຊາການທະຫານແຂວງ ກໍໄດ້ຕີລາຄາສູງຕໍ່ສະຫາຍ ພັນເອກ ຈິ່ງ ແທັງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາພົບປະຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ, ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງກຳລັງ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ນັບມື້ຈະເລີນງອກງາມຂຶ້ນໄປເລື້ອຍໆ ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ມອບຂອງຂວັນ ເພື່ອເປັນທີ່ລະນຶກເຊິ່ງກັນ ແລະ ກັນຕື່ມອີກ.
ໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















