ການເຄື່ອນໄຫວຂອງບັນດາກົມກອງໃນຕົ້ນເດືອນທັນວາ
ເວລາອອກຂ່າວ: 2025-12-10 09:34:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ: ![]()
ກອງບັນຊາການທະຫານເມືອງບຸນໃຕ້ ແຂວງຜົ້ງສາລີ: ໄດ້ຈັດພິທີເຄົາລົບທຸງປະຈຳເດືອນ ທັນວາ, ໂດຍມີສະຫາຍ ພັນໂທ ທອງວັນ ສຸວັນ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ທອງດີ ພົມປັນຍາ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງບຸນໃຕ້ ເຂົ້າຮ່ວມ. ໃນພິທີໄດ້ຮັບຟັງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ບົນພື້ນຖານແມ່ນເຮັດໃຫ້ສະ
ພາບທົ່ວກົມກອງ ມີຄວາມສະຫງົບໂດຍພື້ນຖານ, ໄດ້ສ່ອງແສງລາຍງານສະພາບເປັນປົກກະຕິ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກົມກອງ ກໍຄື ຂອງກອງທັບວາງອອກຢ່າງເຂັ້ມງວດ. ສະຫາຍ ພັນໂທ ທອງດີພົມປັນຍາ ໄດ້ເໜັ້ນໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍຈົ່ງຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍສະເພາະປະຕິບັດລະບອບປະຈຳການກຽມພ້ອມສູ້ຮົບ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ 100%.
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ: ໄດ້ສ້າງຂະບວນການແຂ່ງຂັນ ສິລະປະ-ວັນນະຄະດີ ສະໝັກຫຼິ້ນພາຍໃນໂຮງຮຽນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ໄຕໄຊຍະວົງ ຮອງຫົວໜ້າການເມືອງໂຮງຮຽນ. ການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນ ຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ, ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການຫັດແໜ້ນຄວາມສາມັກຄີພາຍໃນກົມກອງ, ເຊິ່ງມີຄະນະສິລະປະ 10 ຄະນະເຂົ້າຮ່ວມການແຂ່ງຂັນ, ມີລາຍການແຂ່ງຂັນ ຄື: ເພງດ່ຽວ, ເພງຄູ່, ເພງລວມໝູ່ ແລະ ຂັບລຳທ້ອງຖິ່ນ. ຜົນການແຂ່ງຂັນສາມາດສະຫຼຸບໄດ້ ດັ່ງນີ້: ຂັບລຳທ້ອງຖິ່ນ ລາງວັນຊະນະເລີດ ແມ່ນສິລະປະຫ້ອງການເມືອງ, ທີ II ສິລະປະຫ້ອງພະລາທິການ, ທີ III ສິລະປະກອງພັນທີ 3, ເພງດ່ຽວ ລາງວັນຊະນະເລີດ ແມ່ນສິລະປະຫ້ອງການເມືອງ, ທີ II ສິລະປະຫ້ອງການໂຮງຮຽນ, ທີ III ສິລະປະກອງພັນທີ 2 ແລະ ເພງລວມໝູ່ ລາງວັນຊະນະເລີດແມ່ນສິລະ
ປະຫ້ອງການເມືອງ, ທີ II ສິລະປະຫ້ອງພະລາທິການ, ທີ III ຫ້ອງການໂຮງຮຽນ.
ກອງບັນຊາການທະຫານແຂວງອັດຕະປື: ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເອກະສານມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ lX, ມະຕິກອງປະຊຸມ ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ lX ແລະ ມະຕິກອງປະຊຸມ ຜູ້ແທນຊາວໜຸ່ມທົ່ວກອງບັນຊາການທະຫານແຂວງອັດຕະປື ຄັ້ງທີ lV. ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນຍົງ ໄຊຍະຕະກຸນ ຮອງຫົວໜ້າຫ້ອງການເມືອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານແຂວງ. ທັງນີ້, ກໍເພື່ອເຮັດໃຫ້ຄະນະນຳຊາວໜຸ່ມຕະຫຼອດຮອດສະມາຊິກຊາວໜຸ່ມ ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນ ເນື້ອໃນມະຕິກອງປະຊຸມດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽງານຕົວຈິງຢູ່ກົມກອງຂອງຕົນ ໃຫ້ໄດ້ຮັບໝາກຜົນສູງ.
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ: ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນທັນວາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ. ພາຍຫຼັງເຄົາລົບທຸງຊາດສຳເລັດ, ສະຫາຍ ຫົວໜ້າການທະຫານໂຮງຮຽນ ໄດ້ລາຍງານໂດຍຫຍໍ້
ການຈັດຕັ້ງປະຕິບັດວຽກງານໃນ 1 ເດືອນທີ່ຜ່ານມາ, ເປັນຕົ້ນແມ່ນ ຜົນສຳເລັດໃນການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຂ່ຳນັບຮັບຕ້ອນ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ການເຂົ້າຮ່ວມສວນສະໜາມຂອງກ້ອນກຳລັງສວນສະໜາມ ນ້ອງນ້ອຍນັກຮຽນ ທີ່ສາມາດຍາດໄດ້ຜົນສຳເລັດຢ່າງຈົບງາມ ແລະ ເປັນໃບໜ້າໃໝ່ອັນໃຫຍ່ຫຼວງຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ. ທັງນີ້, ກໍເພື່ອເປັນການປະຕິບັດຕາມລະບຽບການເຄົາລົບທຸງຊາດປະຈຳເດືອນ ທີ່ຂັ້ນເທິງໄດ້ກຳນົດໄວ້.
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ): ໄດ້ຈັດຕັ້ງອອກແຮງງານລວມ ອະນາໄມບໍລິເວນຄ້າຍຄູ ໃຫ້ມີຄວາມສະອາດຈົບງາມ. ໂດຍການນຳພາ-ຊີ້ນຳຂອງ ສະຫາຍ ພັນເອກ ຄຳຕ້ອຍ ມະນີວອນ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ. ການອອກງານຄັ້ງນີ້ ເປັນການສ້າງຂະບວນການ, ສ້າງຜົນງານ
ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 29 ປີ ແລະ ຂະບວນການແຂ່ງຂັນນັກຮ້ອງສຽງດີ-ຂັບລຳສຽງມ່ວນ ຂອງອົງການຈັດຕັ້ງມະຫາຊົນ 4 ວິທະຍາຄານ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















