ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ວັນຊາດ​ທີ 2 ທັນວາ ເປັນ​ບາດ​ລ້ຽວ​ປະຫວັດສາດ​ໜ້າ​ໃໝ່ ​ຂອງ​ຊາດ​ລາວ, ຄົນ​ລາວ
ເວລາອອກຂ່າວ: 2025-12-09 10:14:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສະ ຖາປະນາ ​ສປປ ລາວ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫາຍ ພັນ​ເອກ ຫົງທອງ ສີ​ຊາ​ນົນ ເລຂາທິການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ຕາງໜ້າ​ໃຫ້​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ກໍ​ຄືພະນັກງານ-ສະມາຊິກ​ຊາວ​ໜຸ່ມ​ໃນ​ທົ່ວ​ກອງທັບ ສະແດງ​ທັດ ສະນະ ແລະ ຄວາມ​ຮູ້ສຶກ​ຕໍ່​ສອງ​ວັນ​ປະຫວັດສາດ​ຂອງ​ຊາດ​ວ່າ: ວັນຊາດ​ທີ 2 ທັນວາ ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ອັນ​ໃຫຍ່​ຫຼວງ ຂອງ​ປວງ​ຊົນ​ລາວ​ທັງ​ຊາດ, ເປັນ​ບາດ​ລ້ຽວ​ປະຫວັດສາດ​ໜ້າ​ໃໝ່​ຂອງ​ຊາດ​ລາວ, ຄົນ​ລາວ, ປະຊາຊົນ​ລາວ​ບັນດາເຜົ່າ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຜົນງານ ແລະ ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ທີ່​ຍາດ​ມາ​ໄດ້, ໄດ້​ປົດ​ປ່ອຍ​ຕົນ​ເອງ ແລະ ປະເທດ​ຊາດ ຫຼຸດ​ພົ້ນ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ທັງ​ເກົ່າ ແລະ ໃໝ່. ເຊິ່ງ​ຂະ​ບວນ​ວິວັດ​ການ​ຕໍ່ສູ້​ທີ່​ຜ່ານ​ມາ​ນັ້ນ ແມ່ນ​ລະ​ອິດ​ລະ​ອ້ຽວ, ຍືດ​ເຍື້ອ​ຍາວ​ນານ ເຕັມ​ໄປ​ດ້ວຍ​ນ້ຳໃຈ​ເສຍສະຫຼະ, ອົງອາດ​ກ້າຫານ, ຕໍ່ສູ້​ບໍ່​ຍອມ​ຈຳນົນ​ຂອງ​ພະນັກງານ-ນັກຮົບ ກອງທັບ​ປະຊາຊົນ​ລາວ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ເພື່ອ​ກອບ​ກູ້​ເອົາ​ເອກະລາດ ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ພາຍ​ໃຕ້​ການ​ນຳພາ​ຢ່າງ​ມີ​ໄຫວ​ພິກ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ຕະຫຼອດ​ໄລຍະ 50 ປີ ແຫ່ງ​ ການ​ໄຂ​ສັງກາດ​ໃໝ່ ໃນ​ການ​ປົກ ​ປັກ​ຮັກສາ ແລະ ພັດທະນາສ້າງ ສາປະເທດ​ຊາດ ພາຍ​ໃຕ້ການນຳ ພາ​ອັນ​ສະຫຼາດ​ສ່ອງ​ໃສ ແລະ ປະດິດ​ສ້າງ​ຂອງພັກ​ປະຊາຊົນ​ ປະຕິວັດ​ລາວ ປະເທດ​ຊາດ​ຂອງ ​ພວກ​ເຮົາ ໄດ້​ມີ​ການພັດທະນາ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ມີ​ຄວາມ​ສະຫງົບ​ທາງ​ດ້ານ​ການ ເມືອງ​ຢ່າງ​ໜັກ​ແໜ້ນ; ຂົງເຂດ​ວຽກ​​ງ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ຮັກສາ​ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ໄວ້​ໄດ້​ຢ່າງ​ໝັ້ນຄົງ; ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ; ດ້ານ​ເສດຖະກິດ, ວັດທະນະທຳ-ສັງ ຄົມ ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ພື້ນຖານ​ໂຄງ​ລ່າງ ສືບຕໍ່​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ; ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ໃນ​ພາກ​ພື້ນ ແລະ ສາກົນ ໄດ້​ຮັບ​ການ​ເປີດ​ກວ້າງ ແລະ ຂະ ຫຍາຍຕົວ​ໃນ​ທ່ວງ​ທ່າ​ກ້າວໃໝ່​ ຢ່າງ​ໜັກ​ແໜ້ນ, ສະເພາະ​ກອງທັບ​ປະຊາຊົນ​ລາວ​ພວກ​ເຮົາ ເວລາ​ໃດ ກໍ​ເປັນ​ພາຫະນະ​ອາວຸດ​ອັນ​ແຫຼມ​ຄົມ​ຂອງ​ພັກ; ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ສ້າງສາ​ປະເທດ​ຊາດ​ໃຫ້​ຮຸ່ງເຮືອງ​ສີວິໄລ, ໄດ້​ສືບຕໍ່​ພັດທະນາ​ປັບປຸງ​ຕົນ​ເອງໃຫ້​ ກາຍເປັນ​ກອງທັບປະຕິວັດທີ່ມີ ​ແບບແຜນ ແລະ ຫັນ​ເປັນ​ທັນ​ສະໄໝ​ເປັນ​ກ້າວໆ, ເສີມ​ຂະຫຍາຍ​ໄດ້​ທາດ​ແທ້ ແລະ ມູນເຊື້ອ​ອັນ​ດີ ງາມ​ຂອງ​ຕົນ ໄດ້​ຢ່າງ​ສົມ​ກຽດ ແລະ ເຮັດ​ສຳເລັດ​ທຸກ​ໜ້າທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ສຳລັບ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ແລະ ການຈັດຕັ້ງ​ຊາວ​ໜຸ່ມ​ໃນ​ກອງທັບ ໃນ​ຖະ​ນະ​ທີ່​ເປັນ​ອົງ​ການຈັດຕັ້ງ​ມະ​ຊົນ​ຂອງ​ພັກ​ໃນ​ກອງທັບ, ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຮອບດ້ານ ຈາກ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ; ເປັນ​ເສ ນາ​ທິ​ການ​ດ້ານ​ວຽກ​ງານຊາວ​ ໜຸ່ມ ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ ແລະ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ໂດຍ​ຜ່ານ​ການ​ຊີ້​ນຳ​ຈາກ​ກົມ​ໃຫຍ່​ການເມືອງ​ກອງທັບ, ການຈັດຕັ້ງຊາວໜຸ່ມ ​ແຕ່​ລະ​ຂັ້ນ​ໃນ​ກອງທັບ ໄດ້​ປະ ກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ເສີມ​ຂະຫຍາຍ​ທາດ​ແທ້ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ກອງທັບ ເຂົ້າ​ໃນ​ຂະ​ບວນ​ການ​ວຽກ​ງານ​ຊາວ​ໜຸ່ມ ດ້ວຍ​ການ​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ ກ້ອນ​ກຳລັງ​ຊາວ​ໜຸ່ມ ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ ແລະ ມີໜ້າ​ທີ່​ເຝິກ​ຜົນ​ຫຼໍ່​ຫຼອມ​ສະມາຊິກ​ຊາວ​ໜຸ່ມ​ໃນ​ກອງທັບ ໃຫ້​ກາຍເປັນ​ຜູ້​ສືບ​ທອດ​ທີ່​ດີ​ຂອງ​ພັກ, ເປັນ​ກຳລັງ​ແຮງ​ປະຈັນບານ​ຂອງ​ກອງທັບ, ເປັນ​ແຂນ​ຂວາ​ຂອງ​ພັກ, ເປັນ​ກະດູກ​ສັນຫຼັງ​ຂອງ​ປະເທດ​ຊາດ, ເປັນ​ບໍ່​ບຳເພັນ​ໃຫ້​ແກ່​ພັກ. ພ້ອມ​ກັນ​ນັ້ນ, ກໍ​ມີໜ້າ​ທີ່​ຕະລຸມບອນ​ບຸກ​ທະລຸ ເຮັດ​ສຳເລັດ​ໜ້າທີ່​ທຸກ​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຢ່າງ​ສົມ​ກຽດ ຕາມ​ຄຳ​ຂວັນ​ຂອງ​ຊາວ​ໜຸ່ມ​ທີ່​ວ່າ "ບ່ອນ​ໃດ​ຍາກ ຊາວ​ໜຸ່ມ​ບຸກ, ບ່ອນ​ໃດ​ທຸກ ຊາວ​ໜຸ່ມ​ຜ່ານ​ຜ່າ, ເມື່ອ​ໃດ​ຊາດ​ຕ້ອງການ ຊາວ​ໜຸ່ມ​ຂານ​ອາສາ". ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ​ນີ້, ການຈັດຕັ້ງ​ຊາວ​ໜຸ່ມ​ກອງທັບ ກໍ​ໄດ້​ປະກອບສ່ວນ​ສ້າງ​ຂະ​ບວນ​ການ ແລະ ມີ​ຜົນງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ ມາ​ຂໍ່ານັບ​ຮັບ​ຕ້ອນ ແລະ ສະເຫຼີມສະຫຼອງ​ວັນ​ສຳຄັນ​ດັ່ງກ່າວ ຢ່າງ​ມີ​ບັນຍາກາດ​ຟົດຟື້ນ​ກວ້າງຂວາງ, ສະຫາຍ ຍັງ​ໄດ້​ຕາງໜ້າ​ໃຫ້ພະນັກ ງານ ແລະ ສະມາຊິກ​ຊາວ​ໜຸ່ມ​ໃນ​ ທົ່ວ​ກອງທັບ ສະແດງຄວາມຮູ້​ ບຸນຄຸນ ແລະ ຈົດ​ຈຳ​ຜົນງານຂອງ​ ການ​ນຳ​ແຕ່​ລະ​ຮຸ້ນ, ພ້ອມ​ທັງ​ຈະ​ຮ່ຳຮຽນ​ເອົາ​ປະສົບ​ການ, ຄຸນ ສົມບັດ​ສິນ​ທຳ​ປະຕິວັດ, ແບບ ແຜນ​ວິທີ​ເຮັດ​ເຮັດ​ວຽກ​ຂອງ​ພວກ​ເພິ່ນ, ເພື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວຽກ​ວຽກ​ຕົວ​ຈິງ ໃຫ້​ເກີດ​ດອກ​ອອກ​ຜົນ, ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ການ​ນຳ​ພັກ-ລັດ, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ນຳ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ຄະນະ​ນຳ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະວັດ​ລາວ ຈົ່ງ​ມີ​ສຸຂະພາບ​ແຂງ, ນຳພາ​ພັດທະນາ​ປະເທດ​ຊາດ ໃຫ້​ຈະເລີນ​ຮຸ່ງເຮືອງ​ວັດທະນະ​ຖາວອນ ກ້າວ​ຂຶ້ນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ ຢ່າງ​ບໍ່​ຢຸດ​ຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ