ເປີດອົບຮົມ ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມຜາງົວ ເມືອງລອງ
ເວລາອອກຂ່າວ: 2025-12-09 10:13:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງບັນຊາການທະຫານເມືອງລອງ ແຂວງຫຼວງນໍ້າທາ ໄດ້ເປິດຊຸດອົບຮົມການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານຜາງົວ ເມືອງລອງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີ ສະຫາຍ ຫຸມພັນ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງລອງ, ສະຫາຍ ພັນເອກ ອາຄົມ ວົງພະຈັນ ຮອງ ກອງບັນຊາການປ້ອງກັນຄວາມ ສະຫງົບແຂວງຕະຫຼອດຮອດພະ ນັກງານວິຊາການ, ອຳນາດການປົກຄອງບ້ານ, ອົງການຈັດຕັ້ງຂັ້ນ ບ້ານ ແລະ ສຳມະນາກອນ ກຸ່ມຜາງົວ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ໜານສົມພອນ ອຸ່ນທະລາ ຫົວໜ້າ ການທະຫານກອງບັນຊາການທະຫານເມືອງລອງ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການ ປກຊ-ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ບັ້ນອົບຮົມ-ຫັດແອບ ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານຜາງົວ ເມືອງລອງ ແຂວງຫຼວງນໍ້າທາ ປະຈຳປີ 2025 ພ້ອມທັງຜ່ານແຜນການອົບຮົມ-ຫັດແອບ, ເຊິ່ງການອົບຮົມໄດ້ແບ່ງອອກເປັນ 4 ພາກ ຄື: ພາກການເມືອງ, ພາກສິລະປະຍຸດ, ພາກຍຸດທະວິທີ ແລະ ພາກປະຕິບັດຕົວຈິງ ຮຽນເລັ່ງປືນ, ປະຕິບັດຍິງລູກປືນແທ້ ແລະ ວິຊາການທະຫານ ຈຳນວນໜຶ່ງ. ການອົບຮົມ-ຫັດແອບຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ອ້າຍນ້ອງ ກອງຫຼອນ-ກຳລັງປ້ອງກັນຕົວ ກໍຄື ກຳລັງປະກອບອາວຸດຢູ່ຂັ້ນຮາກຖານ ມີຄວາມເຂັ້ມແຂງທາງ ດ້ານການເມືອງ-ການທະຫານ ເພື່ອກຽມພ້ອມເຮັດໜ້າທີ່ສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ໂດຍ: ສົມສະນຸກ ອ້ອຍປະດິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















