ມອບ-ຮັບອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນ ບ້ານທ່ານຸ່ນ
ເວລາອອກຂ່າວ: 2025-12-05 10:11:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 717 | ຄວາມນິຍົມ: ![]()
ພິທີມອບ-ຮັບອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນ ບ້ານທ່ານຸ່ນ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2025 ນີ້, ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ລະຫວ່າງ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ຜູ້ຮັບເໝົາການກໍ່ສ້າງ, ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ພະນັກງານຫ້ອງການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ນາຍບ້ານ ແລະ ຄູ-ອາຈານເຂົ້າຮ່ວມ.
ທ່ານ ໄນ່ຄຳ ສຸທິວົງສາ ຜູ້ອຳນວຍການ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນ ບ້ານທ່ານຸ່ນ ໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 1 ເມສາ ແລະ ໄດ້ສໍາເລັດການກໍ່ສ້າງ 100% ໃນວັນທີ 16 ມິຖຸນາ ຜ່ານມານີ້, ມູນຄ່າການກໍ່ສ້າງທັງໝົດແມ່ນ 1.5 ຕື້ກວ່າກີບ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອສະໜັບສະໜູນຂອງ ໂຄງການເຫຼັກເສດໄຟຟ້າຫົງສາ ສົກປີ 2023-2024, ເຊິ່ງແມ່ນບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ເປັນຜູ້ຮັບເໝົາໃນການກໍ່ສ້າງ.
ໂຮງຮຽນຫຼັງດັ່ງກ່າວເປັນປະເພດອາຄານຊັ້ນດຽວ, ຫຼັງຄາມຸງດ້ວຍກະເບື້ອງ, ພື້ນປູດ້ວຍເບຕົງ, ຝາກໍ່ດ້ວຍດິນບ໊ອກ, ປະກອບມີ 4 ຫ້ອງຮຽນ, 2 ຫ້ອງນ້ຳ. ແຕ່ລະຫ້ອງຮຽນສາມາດບັນຈຸນັກຮຽນໄດ້ 25-30 ຄົນ, ອາຄານມີຂະໜາດກວ້າງ 8 ແມັດ, ຍາວ 28 ແມັດ, ປະກອບດ້ວຍເຟີນີເຈີຄົບຊຸດ, ເຊິ່ງໄດ້ນຳໃຊ້ເຂົ້າໃນການຮ່ຳຮຽນສິດສອນໃນສົກຮຽນ 2025-2026 ນີ້. ຈາກນັ້ນ, ໃນພິທີກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໂຄງການ ລະຫວ່າງ ທ່ານ ຄອງສີ ສີເມືອງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ( ໃນນາມເຈົ້າຂອງໂຄງການ ) ແລະ ທ່ານ ໄນ່ຄຳ ສຸທິວົງສາ ຜູ້ອຳນວຍການ ບໍລິສັດ ອາລຸນວັນການຄ້າກໍ່ສ້າງເຄຫະສະຖານ ( ໃນນາມຜູ້ຮັບເໝົາ ) ໂດຍຊ່ອງໜ້າທ່ານ ອ່ອນຈັນ ບຸນຍາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ.
ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















