ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ທະຫານແຂວງບໍລິຄຳໄຊ ທາບທາມ, ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ
ເວລາອອກຂ່າວ: 2025-12-05 10:01:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:



ໃນທ້າຍເດືອນພະຈິກ 2025 ນີ້, ກອງບັນຊາການ ທະຫານແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມທາບທາມ, ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຄະນະຮັບຜິດຊອບມາຈາກ ກົມກົດໝາຍ, ຄະນະພັກ-ຄະນະບັນຊາສອງກອງບັນຊາການ ປກຊ-ປກສ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ສະເໜີກ່ຽວກັບຮ່າງກົດໝາຍ ພ້ອມທັງມີຄໍາຖາມເຈາະຈີ້ມຕໍ່ກອງປະຊຸມ ທາບທາມ, ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ເພື່ອເປັນບ່ອນອີງໃຫ້ແກ່ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງມີຈຸດສຸມ, ເຊິ່ງກົດໝາຍດັ່ງກ່າວປະກອບມີ VIII ພາກ, 7 ໝວດ, 55 ມາດຕາ ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ທັງນີ້, ກໍເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາກ່ຽວກັບວຽກງານນາຍທະຫານ ເພື່ອເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເປັນກຳລັງຫຼັກແຫຼ່ງໃນການກຽມພ້ອມສູ້ຮົບ ແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລພາບ, ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ຮັບປະກັນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ການປະກອບຄໍາເຫັນ ຕໍ່ກອງປະຊຸມໃນຄັ້ງນີ້ ຄະນະຮັບຜິດຊອບ ຈະໄດ້ນຳເອົາທຸກຄໍາເຫັນ ໄປຄົ້ນຄວ້າ ນໍາຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ຄັດຈ້ອນເອົາບັນດາຂໍ້ມູນ, ຄໍາເຫັນ ຂອງກອງປະຊຸມປະກອບໃສ່ຮ່າງກົດໝາຍ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບເຕັກນິກ ການສ້າງນິຕິກຳ ແລະ ກະກຽມນໍາເອົາຮ່າງກົດໝາຍເຂົ້າຜ່ານຕໍ່ກອງປະຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫຼັງຈາກນັ້ນ ຈະໄດ້ສົ່ງຮ່າງກົດໝາຍ ໄປກວດກາຄວາມສອດຄ່ອງກັບກະຊວງຍຸຕິທຳ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ