ໂຮງຮຽນກໍ່ສ້າງນາຍສິບເລກ1 ສະເຫຼີມຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-12-04 09:58:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ: ![]()
ພິທີສະເຫຼີມຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 2 ທັນວາ 2025 ນີ້, ຢູ່ເດີນຜາມໄຊຂອງໂຮງຮຽນ ໂດຍການເປັນປະທານ ແລະ ກ່າວປາໄສຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະອຳນວຍການ, ອົງການ, ກອງພັນ, ຕະຫຼອດຮອດນາຍ ແລະ ພົນທະຫານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ກໍ່ໄດ້ຍົກໃຫ້ເຫັນການກຳເນີດເຕີບໃຫ່ຍຂະຫຍາຍຕົວ, ຜົນງານໄຊຊະນະຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດຂອງພັກ, ການເສຍສະຫຼະເລືອດເນື້ອຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີຖືກກົດຂີ່ຂູດຮີດ ມາເປັນເວລາຫຼາຍຮ້ອຍປີຜ່ານມາ,ໄດ້ລຸກຮື້ຂຶ້ນຕໍ່ສູ້ກັບສັກດີນາປະຕິການຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່. ຍ້ອນເງື່ອນໄຂທາງດ້ານປະຫວັດສາດກໍ່ຄືສະພາບແວດລ້ອມທາງສາກົນເວລານັ້ນບໍ່ທັນເອື້ອອຳນວຍ ຈິ່ງເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວບໍ່ໄດ້ຮັບໄຊຊະນະ. ແຕ່ເຖິງຢ່າງໃດກໍ່ຕາມ ຂະບວນການຕໍ່ສູ້ເຫຼົ່ານັ້ນໄດ້ສະແດງໃຫ້ເຫັນບາດກ້າວຂະຫຍາຍຕົວອັນໃໝ່ ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ຕໍ່ສູ້ອັນອົງອາດກ້າຫານບໍ່ຍອມຈຳນົນໄດ້ເປັນແປວໄຟແຫ່ງຄວາມຮັກຊາດຂອງປະຊາຊົນລາວບັນດາເຜົ່າ ເປັນກະແສຟອງຂອງການປະຕິວັດຂະຫຍາຍຕົວໄປທຸກຫົນແຫ່ງ.ໃນຊຸມປີ 1930 ລັດທິມາກ-ເລນິນ ປະທານໂຮ່ຈີມິນໄດ້ນຳພາສ້າງຕັ້ງພັກກອມມູນນິດອິນດູຈີນຂຶ້ນ ແລະ ໄດ້ຮັບຮອງພາລະກຳປະຫວັດສາດການນຳພາຂອງຂະບວນການປະຕິວັດ 3 ຊາດ ລາວ, ຫວຽດນາມ, ກຳປູເຈຍ. ນັບແຕ່ນັ້ນມາດ້ວຍການເຊີດຊູຄັນທຸງປະຕິວັດພາຍໃຕ້ການນຳພາຂອງພັກກອມມູນນິດອິນດູຈີນ, ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າກໍ່ໄດ້ມີທິດທາງ, ມີແຜນການ, ມີຈຸດໝາຍອັນຈະແຈ້ງ ແລະ ມີວິທີການຕໍ່ສູ້ຢ່າງຖືກຕ້ອງ. ໂດຍສະເພາະນັບແຕ່ມື້ສ້າງຕັ້ງພັກປະຊາຊົນ ປະຕິວັດລາວຂຶ້ນ ໃນວັນທີ 22 ມີນາ 1955 ເປັນຕົ້ນມາ, ພັກໄດ້ນຳພາປວງຊົນລາວທັງຊາດດຳ ເນີນການຕໍ່ສູ້ປົດປ່ອຍຢ່າງອົງອາດກ້າຫານຜ່ານຜ່າພາຍຸລົມແດງ, ຄວາມຫຍຸ້ງຍາກ, ຄວາມເສຍສະຫຼະເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າ ແລະ ໄດ້ຮັບໄຊຊະນະເປັນຂັ້ນໆມາແຕ່ນ້ອຍຫາໃຫ່ຍ, ແຕ່ແຄບຫາກວ້າງ ແລະ ສາມາດປົດປອ່ຍປະເທດຊາດອອກຈາກແອກປົກຄອງຂອງຈັກກະພັດ ແລະ ສັກດີນາປະຕິການ, ຍຶດອຳນາດມາສູ່ປະຊາຊົນຢ່າງສົມບູນ ແລະ ໄດ້ປະກາດສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນ 2 ທັນວາ ປີ 1975 ອັນໄດ້ໄຂສັງກາດໃໝ່ຂອງການປະຕິວັດຢູ່ປະເທດເຮົາ.ຕະຫຼອດໄລຍະ 50 ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກເຮົາກໍ່ໄດ້ປະເຊີນໜ້າກັບການໂຄສະນາປັ່ນປ່ວນໂຈມຕີຂອງກຸ່ມຄົນບໍ່ຫັວງດີ, ພວກເຂົາໄດ້ໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກເຮົາດ້ວຍຫຼາຍຮູບການ, ຫຼາຍວິທີການທາງດ້ານເສດຖະກິດ, ການເມືອງ, ການທະຫານ ແລະ ໄດ້ຮັບຜົນກະທົບທ້າທ້າຍທົດສອບຕ່າງໆຈາກສະພາບການສາກົນ ແລະ ພາກພື້ນ.ແຕ່ດ້ວຍຄວາມສະຫຼຽວສະຫຼາດອັນສ່ອງໃສຂອງພັກບວກກັບນ້ຳໃຈຮັກຊາດຂອງພະນັກງານທະຫານ,ຕຳຫຼວດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທັງໄດ້ຮັບການເປີດກວ້າງການພົວພັນກັບເພື່ອນມິດສາກົນ, ພົວພັນສະໜິດແໜ້ນພິເສດກັບເພື່ອນມິດຍຸດທະສາດ ແລະ ເຮັດໃຫ້ປະເທດຊາດຂອງພວກເຮົາມີສະຖຽນລະພາບທາງດ້ານການເມືອງທີ່ດີ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍ່ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ພ້ອມນັ້ນສະຫາຍຍັງຍົກໃຫ້ເຫັນຜົນງານການເຄື່ອນໃຫວຂອງໂຮງຮຽນ ເຊິງເປັນໂຮງຮຽນໜຶ່ງທີ່ພັກ-ລັດໄດ້ສ້າງຕັ້ງຂຶ້ນ ແລະ ມີບົດບາດໜ້າທີ່ສຶກສາອົບຮົມກໍ່ສ້າງຊັບພະຍາກອນມະນຸດ, ສະໜອງໃຫ້ແກ່ກອງທັບ ແລະ ໄດ້ປະກອບສ່ວນສ້າງຜົນງານລວມຢ່າງຫຼວງຫຼາຍອັນພົ້ນເດັ່ນແມ່ນສ້າງນາຍທະຫານຊັ້ນກາງ, ຊັ້ນຕົ້ນ, ກໍ່ສ້າງນາຍສິບທະຫານຮາບ, ບຳລຸງການທະຫານຂັ້ນພື້ນຖານປະກອບໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນມາແລ້ວຫຼາຍຊຸດ ແລະ ຍັງໄດ້ປະສານສົມທົບແໜ້ນກັບອົງການປົກຄອງທ້ອງຖິ່ນບ້ານອອ້ມຂ້າງເພື່ອສືບຕໍ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕັ້ງໜ້າປະກອບສ່ວນປັບປຸງກໍ່ສ້າງໂຮງຮຽນໃຫ້ມີຄວາມສີວິໄລຂຶ້ນເປັນກ້າວໆ. ຈາກນັ້ນ, ກໍ່ໄດ້ສ້າງຂະບວນການກິລາບານເຕະ ລະຫວ່າງ ທີມຄະນະພັກ-ຄະນະບັນຊາໂຮງຮຽນ ກັບ ທີມສະຫະພັນແມ່ຍິງໂຮງຮຽນ ຜົນຂອງການແຂ່ງຂັ້ນ ທີມຂອງຄະນະພັກ-ຄະນະບັນຊາ ເອົາຊະນະ ທີມສະຫະພັນແມ່ຍິງ 4 ປະຕູ ຕໍ່ 3.
ໂດຍ: ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















