ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເຂົ້າວາງກະຕ່າດອກໄມ້ ຢູ່ຮູບຫຼໍ່ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-12-04 09:56:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 737 | ຄວາມນິຍົມ:



ວັນທີ 2 ທັນວາ 2025 ນີ້, ຄະນະພັກ-ຄະນະອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ນຳໂດຍສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ເຂົ້າວາງກະຕ່າດອກໄມ້ ຢູ່ຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ເພື່ອສະແດງເຖິງຄວາມຈົງຮັກພັກດີ, ລະນຶກເຖິງຄຸນງານຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານ ເປັນລູກຮັກຫຼານແພງຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳທີ່ດີີເດັ່ນ ແລະ ເຄົາລົບຮັກຂອງພັກ, ຂອງປວງຊົນລາວທັງຊາດ, ວິລະບູລຸດແຫ່ງຊາດລາວ ທີ່ໄດ້ອຸທິດຕົນ ຍອມເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ໂດຍ : ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ