ຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ຢ້ຽມຢາມ ແຂວງວຽງຈັນ
ເວລາອອກຂ່າວ: 2025-12-04 09:52:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 791 | ຄວາມນິຍົມ: ![]()
ວັນທີ 29 ພະຈິກ 2025 ນີ້, ສະຫາຍ ພົນຈັດຕະວາ ວໍ້ ວັນຈອດ ອາດີດຮອງຜູ້ບັນຊາການ, ອະດີດຫົວໜ້າເສນາທິການກອງບັນຊາການທະຫານເຂດ 4, ອາດີດຫົວໜ້າກອງພົນ 324 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມການນຳແຂວງວຽງຈັນ ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາພັກແຂວງວຽງຈັນ ພ້ອມດ້ວຍຄະນະ.
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນວຽກງານຕົວຈິງຂອງຊາດລາວ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ລາວ-ຫວຽດນາມ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ວໍ້ ວັນຈອດ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບຢ່າງອົບອຸ່ນ ຂອງຄະນະນຳແຂວງວຽງຈັນ ພ້ອມກ່າວວ່າ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນເພື່ອນມິດຍຸດທະສາດທີ່ຮ່ວມອຸດົມການອັນດຽວກັນ, ແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ປຽບດັ່ງອ້າຍ-ນ້ອງທີ່ມີມູນເຊື້ອສາມັກຄີຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ ເນື່ອງໃນກະກຽມຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສະຫາຍຍັງໄດ້ອວຍພອນແດ່ການນຳຂອງລາວ ກໍ່ຄືການນຳຂອງແຂວງວຽງຈັນ ພ້ອມດ້ວຍປະຊາຊົນບັນລາວບັນດາເຜົ່າ ຈົ່ງມີຄວາມເບີກບານມ່ວນຊື່ນໃນການສະເຫຼີມວັນດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນຢ່າງກວ້າງຂວາງ ແລະ ເບີກບານມ່ວນຊື່ນ.
ໃນວັນດຽວກັນນີ້, ຄະນະດັ່ງກ່າວຍັງໄດ້ເດີນທາງໄປກາບໄຫ້ວຫໍສີລາຈາລຶກສາຍສຳພັນສູ້ຮົບລາວ-ຫວຽດ ບ້ານໂພນແຮ່ ເມືອງທຸລະຄົມ ແລະ ຢ້ຽມຢາມກອງພົນທີ1 ເມືອງວັງວຽງຕື່ມອີກ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















