ວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເຂດພາກໃຕ້
ເວລາອອກຂ່າວ: 2025-12-04 09:43:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ: ![]()
ໃນວັນທີ 3 ທັນວາ 2025 ນີ້, ທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເຂດພາກໃຕ້ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ; ມີສະຫາຍ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ; ສະຫາຍ ເລຂາພັກແຂວງຈຳປາສັກ, ພ້ອມດ້ວຍບັນດາສະຫາຍຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ຮ່ວາງ ວັນຮຸ່ງ ຫົວໜ້າຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງສະເພາະຂະແໜງການ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ລາຍງານຕໍ່ພິທີວ່າ: ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ສປປ ລາວ ທີ່ແຂວງຈຳປາສັກ ແມ່ນເປັນການຕອບສະໜອງຄວາມຕ້ອງການອັນຈຳເປັນ ແລະ ຮີບດ່ວນ ທາງດ້ານພື້ນຖານໂຄງລ່າງການຮຽນ-ການສອນ ແລະ ຈະກາຍເປັນສູນພັດທະນາຊັບພະຍາກອນມະນຸດ, ບຳລຸງກໍ່ສ້າງພະນັກງານ-ລັດຖະກອນ ທີ່ກຳລັງເຮັດວຽກ ແລະ ດຳລົງຕຳແໜ່ງຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນຂອງພັກ. ໂຄງການນີ້ ມີມູນຄ່າການກໍ່ສ້າງທັງໝົດ 750 ຕື້ດົງ (ສະກູນເງິນຫວຽດນາມ) ໂດຍແມ່ນທຶນຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ ເປັນແຫຼ່ງທຶນຕົ້ນຕໍ ແລະ ມີທຶນສົມທົບຈາກລັດຖະບານລາວຈຳນວນໜຶ່ງ. ສຳລັບການຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ໝັ້ນຄົງຕະຫຼອດໄປ. ສ່ວນການກໍ່ສ້າງ ໄດ້ແບ່ງເປັນສອງໄລຍະ ຄື: ໄລຍະທີ 1 ປີ 2026-2030 ແມ່ນເນັ້ນໃສ່ການກໍ່ສ້າງອາຄານຫຼັກ ເພື່ອຮອງຮັບການຮຽນ-ການສອນ ປະກອບມີ: ອາຄານຫ້ອງການ 5 ຊັ້ນ, ອາຄານຫ້ອງຮຽນ 5 ຊັ້ນ, ຫໍພັກນັກສຶກສາ (ຫຼັງທີ 1 ແລະ 2), ຫໍພັກພະນັກງານ ແລະ ລະບົບພື້ນຖານໂຄງລ່າງເຕັກນິກ; ແລະ ໄລຍະທີ 2 ປີ 2031-2035 ຈະສືບຕໍ່ກໍ່ສ້າງສະໂມສອນໃຫຍ່, ສູນຂໍ້ມູນຂ່າວສານ, ຫ້ອງອາຫານ ແລະ ຫໍພັກນັກສຶກສາຫຼັງທີ 3.
ໃນໂອກາດດຽວກັນ, ສະຫາຍ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີຄຳເຫັນຕໍ່ພິທີວ່າ: ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ສປປ ລາວ ມີຄວາມໝາຍຍຸດທະສາດ ໃນໄລຍະຍາວ, ເປັນການສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າຕົນເອງ ໃນວຽກງານກໍ່ສ້າງ-ບຳລຸງ ພັກ-ພະນັກງານ ໂດຍສະເພາະ ການສຶກສາອົບຮົມ, ບຳລຸງຍົກລະດັບທິດສະດີມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ໃຫ້ຊຶມເລິກເຂົ້າໃນຖັນແຖວ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພັກ-ລັດຖະບານເຮົາ ສາມາດນຳພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ໄດ້ຢ່າງໝັ້ນຄົງ. ພ້ອມກັນນີ້, ທ່ານ ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ແບ່ງທຶນຮອນ ມາຊ່ວຍເຫຼືອພັກ-ລັດຖະບານລາວ ໃນການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ສ ປປ ລາວ ໃນຄັ້ງນີ້.
ຫຼັງຈາກນັ້ນ, ສະຫາຍ ຫງວຽນ ຊວນ ຖັງ ກໍໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີຕື່ມວ່າ: ການວາງສີລາລຶກໂຄງການກໍ່ສ້າງສະຖາບັນແຫ່ງນີ້ ແມ່ນໃນທ່າມກາງບັນຍາກາດ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນປະຕິວັດລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ສອງປະເທດ ພວມກະກຽມຕ້ອນຮັບກອງປະຊຸມໃຫຍ່ ຂອງຕົນ ຢ່າງເປັນຂະບວນການຟົດຟືນ ແລະ ກວ້າງຂວາງ. ສະນັ້ນ ໂຄງການນີ້ ຈຶ່ງສະແດງເຖິງຄວາມສາມັກຄີອັນຍິ່ງໃຫຍ່ ແລະ ກາຍເປັນສັນຍາລັກແຫ່ງການຮ່ວມມືແບບພິເສດ ລະຫວ່າງ ຫວຽດນາມ-ລາວ ຢ່າງແທ້ຈິງ, ຊຶ່ງສອງຝ່າຍ ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ການດຳເນີນໂຄງການ ໃຫ້ມີຄຸນນະພາບສູງ, ຖືກຕາມແບບ ແລະ ສຳເລັດຕາມກຳນົດເວລາ, ຮັບປະກັນທາງດ້ານເຕັກນິກ ໂດຍຖືຄຸນນະພາບເປັນກົກ ແລະ ຮັບປະກັນຄວາມຍືນຍົງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















