ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫຼາຍ​ພາກສ່ວນ ມອບ​ເຄື່ອງ​ຊຸກຍູ້ກ້ອນ​ສວນສະໜາມ ຂອງ​ກຳລັງ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2025-12-04 09:19:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ນັບ​ແຕ່​ກາງ​ເດືອນ​ພະຈິກ​ເປັນຕົ້ນ​ມາ, ໄດ້​ມີ​ຫຼາຍ​ພາກສ່ວນ ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ມາ​ມອບ​ໃຫ້​ບັນດາ​ກ້ອນ​ກຳລັງ​ສວນສະໜາມຂອງ​ກຳລັງປ້ອງ​ ກັນ​ຊາດ ທີ່​ພວມ​ຫັດ​ແອບເຝິກ ຊ້ອມເດີນສວນສະໜາມ ເພື່ອກະ ກຽມ​ເຂົ້າ​ຮ່ວມ​ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບ ຮອບ 50 ປີ. ໃນ​ນີ້, ທ່ານ ປໍ​ຢ່າງ ວື່​ຈົ່ງ​ຊື່ ຮອງ​ປະທານ​ຄະນະ​ກຳມະການ​ປົກຄອງ​ເມືອງ ເມືອງ​ທຸລະຄົມ ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ​ອຳ ນາດ​ການ​ປົກຄອງບ້ານ​ນາ​ຫວ້າ, ບ້ານນາ​ແພງ, ກຸ່ມ​ພັດທະນາ ກຸ່ມ III ບ້ານ​ນາ​ແພງ, ບັນດາຫ້າງ​ຮ້ານ, ບໍລິສັດ, ໂຮງຮຽນ​ບຸກຄົນ ແລະ ນິຕິບຸກຄົນ ໄດ້​ນຳ​ເອົາ​ເຄື່ອງ​ບໍລິໂພກປະກອບ​ມີນໍ້າດື່ມ, ກາເຟ, ໝີ່, ເຂົ້າຈີ່ ແລະ ອາຫານ​ແຫ້ງ ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 3.250.000 ກີບ, ໄປ​ມອບ​ປະກອບສ່ວນ​ຊຸກຍູ້ ແລະ ໃຫ້​ກຳລັງ​ໃຈ ພະນັກງານ-ນັກຮົບ ໃນ​ກ້ອນ​ກຳລັງ​ຕີ​ພິເສດຂອງ​ກອງພັນ​ໃຫຍ່ 497, ບໍລິສັດ ເຂື່ອນ​ໄຟຟ້າ​ນໍ້າງື່ມ 1 ແລະ ບໍລິ ສັດເຂື່ອນ​ໄຟຟ້າ​ນໍ້າ​ທັງ 3 ໄດ້​ມອບ​ນ້ຳ​ດື່ມ ແລະ ກາເຟ ລວມ​ ມູນ​ຄ່າ 3.000.000 ລ້ານ​ກີບ ໃຫ້​ກອງພັນ​ໃຫຍ່ 497 ເພື່ອ​ນຳ ໄປ​ມອບ​ຕໍ່ໃຫ້​ພະນັກງານ-ນັກຮົບ ໃນ​ກ້ອນ​ສວນສະໜາມກຳລັງ​ຕີ​ພິເສດ, ໂຮງສີ​ເຂົ້າ ທ່ານ ຄຳໝັ້ນ ເມືອງ​ຫານ ບ້ານ​ຕານ​ປ່ຽວ ມອບນໍ້າດື່ມ 50 ແພັກ ມູມ​ຄ່າ 1.500.000 ກີບ ແລະ ໂຮງສີ​ເຂົ້າ ທ່ານ ອຸໄລ​ພອນ ມະໂນ​ທຳ ບ້ານ​ໄຮ່​ຢອນ ມອບ​ນໍ້າດື່ມ 50 ແພັກ ພ້ອມ​ກາເຟ 1 ແກັດ ລວມ​ມູນ​ຄ່າ 2.340.000 ກີບ ໃຫ້​ກ້ອນ​ສວນສະໜາມ ກຳລັງ​ຕີ​ພິ ເສດ ເຊັ່ນ​ດຽວ​ກັນ. ສ່ວນ​ທ່ານ ນາງ ຄອນ​ສະຫວັນ ແກ້ວ​ມະນີ ແລະ ນາງ ຄຳ​ພັນ ສຸດາວັນ ໄດ້​ມອບ​ເຄື່ອງ​ດື່ມ​ຊູ​ກຳ ລັງ ແລະ ເຂົ້າໜົມ ລວມ​ມູນ​ຄ່າ​ທັງ​ໝົດ 4.000.000 ກີບ, ຄອບ ຄົວ​ຂອງ ສະຫາຍ ພັນ​ໂທ ສີ​ທົນ ມີໄຊ​ຜົນ ມອບ​ເຄື່ອງ​ດື່ມ​ຊູ​ກຳລັງ, ເຂົ້າໜົມ 5 ປິດ ແລະ ເງິນສົດ​ຈຳ ນວນ 2.000.000 ກີບ ລວມ​ທັງ​ໝົດ 2.500.000 ກີບ ແລະ ອົງ​ການຈັດຕັ້ງ​ມະຫາຊົນ ຊາວ​ໜຸ່ມ-ແມ່ຍິງ ກອງພັນ​ໃຫຍ່ 605 ມອບ​ເຂົ້າຜັດ ແລະ ນໍ້າຫວານ ລວມ​ມູນ​ຄ່າ 2.550.000 ກີບ ໃຫ້​ກ້ອນ​ກຳລັງ​ສວນສະໜາມ ກອງພັນ​ໃຫຍ່ 605 ກໍ​ຄື ກ້ອນ​ກຳລັງ​ທະຫານ​ປືນ​ໃຫຍ່​ໜ້າດິນ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປະ ກອບສ່ວນ​ຊຸກຍູ້​ກຳລັງ​ແຮງ​ກາຍ, ກຳລັງ​ແຮງ​ໃຈ ພະນັກງານ-ນັກ ຮົບ​ກ້ອນ​ສວນສະໜາມຂອງ​ກຳ ລັງ​ປ້ອງ​ກັນ​ຊາດ ກໍ​ຄື ກ້ອນ​ທະ ຫານ​ຕີ​ພິເສດ ແລະ ກ້ອນ​ທະ ຫານ​ປືນ​ໃຫຍ່​ໜ້າດິນ ທີ່​ພວມ​ເຝິກຊ້ອມ​ເດີນ​ສວນສະໜາມໃຫ້​ມີ​ຄວາມ​ກະ​ຕື​ລື​ລົ້ນ, ມີ​ນໍ້າໃຈ​ບຸກ​ບືນ​ຫ້າວຫັນ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕະຫຼອດ​ໄລຍະ​ການ​ຫັດ​ແອບ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ເຂົ້າ​ຮ່ວມສວນສະໜາມ ສະເຫຼີມສະຫຼອງວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ