ທາບທາມຮ່າງກົດໝາຍນາຍທະຫານກອງທັບປະຊາຊົນລາວ ຢູ່ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2025-12-04 09:17:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ: ![]()
ໃນວັນທີ 24 ພະຈິກ 2025 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງສາລະວັນ ເປີດກອງປະຊຸມທາບທາມ, ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ພະນາວັນ ທັນສະດາພອນ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ຮອງຫົວໜ້າຄະນະຮັບຜິດຊອບທາບທາມຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ຢູ່ກົມກອງເຂດພາກໃຕ້, ມີສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະກົມວິຊາການ, ປກສ, ຫ້ອງວ່າການ, ສະພາປະຊາຊົນ, ພະແນກຍຸຕິທຳ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງສາລະວັນ ເຂົ້າຮ່ວມ.
ການທາບທາມ, ປະກອບຄຳເຫັນ ແລະ ປັບປຸງຮ່າງກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ເປັນຄັ້ງທີ 2 ແລະ ນອນໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ, ຕາມແຜນການແລ້ວ ກົດໝາຍສະບັບດັ່ງກ່າວ ແມ່ນມີແຜນເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມິຖຸນາ 2025 ແຕ່ຍ້ອນຮ່າງກົດໝາຍບໍ່ທັນມີຄວາມພ້ອມ ຈຶ່ງໄດ້ເລື່ອນຮ່າງກົດໝາຍ ໄປໃສ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນເດືອນພະຈິກ 2026, ກອງປະຊຸມໄດ້ຮັບຟັງການຊີ້ນຳຈາກປະທານ ແລະ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຫຼາຍບັນຫາທີ່ສຳຄັນໃສ່ຮ່າງກົດໝາຍນາຍທະຫານ ໃນນັ້ນມີການບັນຊາລະບົບຫົວໜ້າດຽວ ແລະ ສອງຫົວໜ້າ, ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນນາຍທະຫານ,
ການກຳນົດຊັ້ນໃສ່ຕຳແໜ່ງບັນຊາ, ການເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ໃຫ້ນາຍທະຫານສະເພາະທາງ, ອາຍຸກະສຽນບຳນານ, ການຍົກຂັ້ນເງິນເດືອນໃຫ້ນາຍທະຫານທີ່ປະຈຳການ ແລະ ຮັບອຸດໜູນບຳນານ ແລະ ບັນຫາອື່ນໆ ອີກຈຳນວນໜຶ່ງ. ທຸກຄຳຄິດເຫັນ ແລະ ຄຳຖາມເຈາະຈິ້ມຂອງແຕ່ລະພາກສ່ວນ ແມ່ນໄດ້ຮັບການພິຈາລະນາ ແລະ ຊີ້ແຈງບັນຫາຈາກ ສະຫາຍ ພັນເອກ ພະນາວັນ ທັນສະດາພອນ ຮອງຫົວໜ້າກົມກົດໝາຍ. ພ້ອມດຽວກັນນັ້ນທຸກການປະກອບຄຳເຫັນ ຄະນະຮັບຜິດຊອບຈະໄດ້ນຳໄປຄົ້ນຄວ້າ ແລະ ຄັດຈ້ອນ ປະກອບໃສ່ຮ່າງກົດໝາຍ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ຊັດເຈນ, ຈະແຈ້ງ ສອດຄ່ອງກັບເຕັກນິກການສ້າງນິຕິກຳ ແລະ ກຽມເອົາຮ່າງກົດໝາຍ ເຂົ້າຜ່ານກອງປະຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫຼັງຈາກນັ້ນ ຈະໄດ້ສົ່ງຮ່າງກົດໝາຍໄປກວດກາ ຄວາມສອດຄ່ອງກັບກະຊວງຍຸຕິທຳຕາມຂັ້ນຕອນທີ່ໄດ້ກຳນົດໄວ້ເພື່ອໃຫ້ກົດໝາຍສະບັບນີ້ ສາມາດເປັນນິຕິກຳທີ່ເປັນບ່ອນອີງໃຫ້ແກ່ວຽກງານຄຸ້ມຄອງ, ກໍ່ສ້າງນາຍທະຫານ ໃຫ້ມີລະບົບແບບແຜນທັນສະໄໝ.
ຂ່າວ: ສຸຂາວພອນ ສອນນາລີ
ພາບ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















