ກອງພົນທີ 1 ປະດັບທຽບຊັ້ນໃຫ້ນັກຮຽນ
ເວລາອອກຂ່າວ: 2025-12-04 09:15:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 521 | ຄວາມນິຍົມ: ![]()
ທ້າຍເດືອນພະຈິກ 2025 ນີ້, ກອງພົນທີ 1 ໄດ້ປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບຈາກສາຍລັດ ໂດຍເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າຫ້ອງການເມືອງ ກອງພົນທີ 1, ມີບັນດາພະແນກການ, ພະນັກງານ-ນັກຮົບ ພ້ອມດ້ວຍນັກຮຽນທີ່ປະດັບທຽບຊັ້ນເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ໄຊສະຫວັນ ຫົວໜ້າພະແນກພະ
ນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດຢູ່ກອງພົນທີ1 ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກ II ໝວດທີ 3 ມາດຕາ 19 ແລະ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານຢູ່ກອງພົນທີ 1 ໃນນີ້, ປະດັບທຽບຊັ້ນ ຮ້ອຍໂທ ຈຳນວນ 24 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ຈຳນວນ 8 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງ
ຍໍຊົມເຊີຍຕໍ່ຜົນງານຂອງທຸກສະຫາຍທີ່ໄດ້ປະຕິບັດໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍທີ່ໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເອົາໃຈໃສ່ປະຕິບັດແນວທາງນະໂຍ
ບາຍຂອງພັກ ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເຮັດວຽກຢ່າງມີແບບແຜນ ແລະ ເປັນແບບຢ່າງນຳໜ້າໃນທຸກຂະບວນການ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳພຸດ ພານຸວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















