ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ບໍລິສັດ ຮ່ວມ​ມື​ເສດຖະກິດ 385 ເຂົ້າ​ອວຍພອນ​ການ​ນຳ​ທະ​ຫານ​​ເເຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2025-12-04 09:13:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 568 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ສະຫາຍ​ ພັນ​ໂທ ຫງວ​​ຽນ ເຕີ໋ດ ເຢີ່ນ ຮອງ​ອຳນວຍ​ການ ບໍລິສັດ ຮ່ວມ​ມື​ເສດຖະກິດ 385 ປະຈຳ​ແຂວງ​ອັດ​ຕະ​ປື ພ້ອມ​ຄະນະ, ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ​ການ​ນຳ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື, ໃນ​ວັນ​ທີ 1 ທັນວາ 2025 ນີ້, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ບຸນ​ຈັນ ສີ​ຫາ​ວົງ ຮອງ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ຫງວ​​ຽນ ເຕີ໋ດ ເຢີ່ນ ຮອງ​ອຳນວຍ​ການ ບໍລິສັດ ຮ່ວມ​ມື​ເສດຖະກິດ 385 ໄດ້​ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື, ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ພ້ອມ​ກັນ​ເຮັດ​ສຳເລັດ​ທຸກ​ໜ້າທີ່​ວຽກ​ງານ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້ ແລະ ພ້ອມ​ກັນ​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ​ຂອງ​ຕົນ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂອກາດ​ດຽວ​ກັນ​ນີ້ ສະຫາຍ ພັນ​ເອກ ບຸນ​ຈັນ ສີ​ຫາ​ວົງ ກໍ​ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ພະນັກງານ​ການ​ນຳ​ແຕ່​ລະ​ຂັ້ນ, ພະນັກງານ-ນັກຮົບ​ທົ່ວ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ສະຫາຍ ພັນ​ໂທ ຫງວ​​ຽນ ເຕີ໋ດ ເຢີ່ນ ພ້ອມ​ຄະນະ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ວັນ​ດັ່ງກ່າວ ພ້ອມ​ທັງ​ອວຍພອນ​ໃຫ້​ສະຫາຍ ຈົ່ງ​ມີ​ສຸຂະພາບ​ແຂງ ແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ສືບຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ຄວາມ​ສາມັກຄີ​ແບບ​ພິເສດ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ລັດ ກໍ​ຄື ສອງ​ກອງທັບ​ທີ່​ມີ​ດົນ​ນານ​ແລ້ວ​ນັ້ນ​ໃຫ້​ໝັ້ນ​​ຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ. ພາບ-ຂ່າວ: ສຸກ​ສະໄໝ ນວນ​ມະ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ