ທ້າຍເດືອນພະຈິກ ເປັນຕົ້ນມາ ໂຮງສີເຂົ້າທະຫານແຂວງສາລະວັນ ເລີ່ມເກັບຊື້ເຂົ້ານາປີປ້ອນເຂົ້າໂຮງສີ
ເວລາອອກຂ່າວ: 2025-12-04 09:08:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 533 | ຄວາມນິຍົມ: ![]()
ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການດ່ານວຽກງານຮັບປະກັນສະບຽງອາຫານກໍຄື ເຂົ້າກິນໃຫ້ແກ່ກົມກອງໃຫ້ມີຄວາມພຽງພໍ ຮັບປະກັນໄດ້ດ້ານປະລິມານ ແລະ ຄຸນນະພາບ ດັ່ງນັ້ນໃນວັນທີ 25 ພະຈິກ 2025 ນີ້ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງ ສາລະວັນ ພ້ອມດ້ວຍຄະນະ, ພະນັກງານວິຊາການທີ່ກ່ຽວຂ້ອງໄດ້ລົງຕິດຕາມຊຸກຍູ້, ກວດກາ ການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຂອງຄະ ນະຮັບຜິດຊອບໂຮງສີເຂົ້າກອງບັນຊາການທະຫານແຂວງ ສາລະວັນ ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ຄຳຜ່ອນ ເດດທອງທິບ ເລຂາໜ່ວຍພັກ ຫົວ ໜ້າໂຮງສີເຂົ້າທະຫານແຂວງ ສາລະວັນ ນຳພາຄະນະກວດກາ ລົງກວດກາຂອບເຂດສະຖານທີ່ໂຮງສີເຂົ້າ ໃນນັ້ນໄດ້ກວດກາສະຖານທີ່ສາງເກັບມ້ຽນເຂົ້າ ເປືອກ, ເຂົ້າສານ, ກວດກາບຸກຂະລາກອນ ແລະ ລະບົບຂັ້ນຕອນການນຳໃຊ້ເຄື່ອງຈັກສີເຂົ້າ, ຮັບປະກັນການເບີກຈ່າຍເຂົ້າໃຫ້ບັນດາກົມກອງໄດ້ທ່ວງທັນຕາມກຳນົດເວລາ ເຊິ່ງໃນປີນີ້ທາງໂຮງສີເຂົ້າທະຫານແຂວງສາລະວັນ ຈະເກັບຊື້ເຂົ້າເປືອກໃຫ້ໄດ້ 1.000.000 ກິໂລ ຫຼື ໜຶ່ງພັນກວ່າໂຕນ ເພື່ອສະໜອງເຂົ້າກິນໃຫ້ພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງສາລະວັນ ໃນປີ 2026 ໃຫ້ກຸ້ມກິນຕະຫຼອດປີ.
ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















