ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫົວໜ້າ​ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເມືອງ​ຮຸນ ຢ້ຽມຢາມ​ກອງພັນ 563 ກອງ​ພົນ​ທີ 3
ເວລາອອກຂ່າວ: 2025-12-04 09:07:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 533 | ຄວາມນິຍົມ:



ໃນ​ຕອນ​ບ່າຍ​ວັນ​ທີ 27 ພະ​ຈິກ 2025 ນີ້, ຢູ່​ທີ່​ຫ້ອງ​ປະຊຸມ​ກອງພັນ 563 ກອງ​ພົນ​ທີ 3 ໄດ້​ຕ້ອນຮັບ​ການ​ລົງ​ຢ້ຽມຢາມ​ຂອງ​ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເມືອງ​ຮຸນ​ນຳ​ໂດຍ ​ສະຫາຍ​ຈັນ​ເພັງ ມະນີ​ວັນ ກຳມະການ​ພັກ​ເມືອງ ຫົວໜ້າ​ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເມືອງ​ຮຸນ ແຂວງ​ອຸດົມໄຊ ພ້ອມ​ຄະນະ​ທິມ​ງານ, ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ​ພັນໂທ ໜູ​ພຽນ ສົມ​ພູວິເສດ ເລຂາຄະ ນະພັກ​ຮາກຖານຫົວໜ້າການ ເມືອງກອງພັນ 563 ພ້ອມດ້ວຍ​ ຄະນະ​ພັກ-ຄະນະ​ບັນຊາ, ການ​ລົງ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ ສະຫາຍ​ ຈັນ​ເພັງ ມະນີ​ວັນ ​ກໍໄດ້ນຳເອົາ​ ກະຕ່າ​ຂອງຂວັນ ພ້ອມ​ດ້ວຍ ​ຄວາມ​ຢື​້ຢາມ​ຖາມ​ຂ່າວ ຄວາມ​ສາມັກຄີຮັກແພງ​ອັນ​ອົບ​ອຸ່ນ ແລະ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບກອງພັນ 563 ຈົ່ງ​ມີ​ສຸຂະພາບ​ແຂງແຮງ ເຮັດ​ສຳເລັດ​ໜ້າ​ທີ່​ອັນ​ມີ​ກຽດ​ຂອງ​ຕົນ​ທີ​່ປະເທດ​ຊາດ​ມອບ​ໝາຍ​ໃຫ້, ໃນ​ພິທີ​ທັງ 2 ກົມ​ກອງ​ກໍຍັງ​ໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າ​ທີ​່ວຽກ​ງານ​ຂອງ​ກົມ​ກອງ​ຕະຫຼອດ​ໄລຍະ 1 ປີຜ່ານມາ, ເພື່ອ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້ການ​ພົວພັນ​ວຽກ​ລະຫວ່າງ 2 ກົມ​ກອງ​ມີ​ຄວາມ​ສະດວກ​ຂຶ້ນ​ກວ່າ​ເກົ່າ. ທັງ​ນີ້​ກໍເພື່ອ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ຄວາມ​ສາມັກຄີ​ທີ່ດີ​ລະຫວ່າງ​ກອງພັນ 563 ກອງ​ ພົນ​ທີ 3 ກັບຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເມືອງ​ຮຸນ ແຂວງ​ອຸດົມ​ໄຊ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ. ໂດຍ: ອຳໄພ ສຸ​ວັນ​​ນາ​ລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ