ຫ້ອງອົບຮົມ ວຕກ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2025-12-03 15:56:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1005 | ຄວາມນິຍົມ: ![]()
ໃນວັນທີ 28 ພະຈິກ 2025 ນີ້, ຫ້ອງອົບຮົມວິທະຍາຄານເຕັກນິກການທະຫານ(ວຕກ) ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານວິທະຍາຄານເຕັກນິກການທະຫານ, ມີຄະນະພັກ-ຄະນະບັນຊາຫ້ອງ ພ້ອມດ້ວຍພະນັກງານ-ນັກຮົບທົ່ວຫ້ອງອົບຮົມເຂົ້າຮ່ວມ .
ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ ວຕກ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ຫ້ອງອົບຮົມໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ວຽກງານປະຈຳການກຽມພ້ອມສູ້ຮົບ, ວຽກງານກໍ່ສ້າງພັກແມ່ນປະຕິບັດໄດ້ຢ່າງດີ ໂດຍເຮັດໃຫ້ພາຍໃນຫ້ອງມີຄວາມສະຫງົບໂດຍພື້ນຖານ, ສາມາດຍາດໄດ້ນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນສະໄໝທີ 5 ອັນພົ້ນເດັ່ນກວ່າໝູ່ແມ່ນການຊີ້ນຳວຽກງານຄຸ້ມຄອງການຮຽນ-ການສອນສະແດງອອກຄື: ສຳເລັດການສອບເສັງຈົບຊັ້ນ, ປ້ອງກັນບົດໂຄງການຈົບຊັ້ນໃຫ້ນັກສຶກສາສົກຮຽນ2024-2025 ຈຳນວນ 2 ຄັ້ງ, ຕິດຕາມການຮຽນ-ການສອນຂອງນັກສຶກສາແຕ່ລະລະບົບຈຳນວນ 115 ຄັ້ງ, ຈັດຄູ-ອາຈານໃສ່ລາຍວິຊາຕາມຕາຕະລາງການຮຽນ-ການສອນຈຳນວນ 10 ຄັ້ງ, ເຮັດໃບປະກາສະນິຍະບັດ, ໃບຄະແນນ, ໃບຢັ້ງຢືນໃຫ້ນັກສຶກສາໄດ້ຈຳນວນ 136 ສະຫາຍ, ເຂົ້າຮ່ວມໂມງກວດກາ-ສອບເສັງຈຳນວນ 200 ຄັ້ງ, ເຂົ້າຮ່ວມກອງປະຊຸມຄົ້ນຄວ້າປະຕິບັດລະບຽບວິໄນຕໍ່ນັກສຶກສາຜູ້ລະເມີດຂໍ້ກຳນົດ, ເຂົ້າກວດກາ, ເສັງທ້າຍພາກຈໍານວນ 283 ວິຊາ. ຄຽງຄູ່ກັນນັ້ນຍັງໄດ້ເບີກຈ່າຍວັດຖຸການຮຽນ-ການສອນຈຳນວນ 4 ຄັ້ງ, ຂຶ້ນແຜນສົມທົບກັບຫ້ອງເຕັກນິກຂໍອາໄຫຼ່ວັດຖຸມາຮັບໃຊ້ວຽກງານສິດສອນຕົວຈິງໃຫ້ນັກສຶກສານຳກົມວິຊາສະເພາະຈຳນວນ 10 ຄັ້ງ, ພິມບົດສອນຮັບໃຊ້ການຮຽນ-ການສອນຂອງແຕ່ລະຄະນະວິຊາໄດ້ທັງໝົດ 345 ສະບັບ, ຈັດລຽງເອກະສານບົດສຶກສາໂຄງການຕ່າງໆ 60 ຫົວ, ກ໊ອບປີບັນດາເອກະສານຮັບໃຊ້ຕ່າງໆ 3.193 ຫົວ. ດ້ານວຽກງານແກ້ໄຂຊີວິດການເປັນຢູ່ປັດຈຸບັນມີຍອດລາຍຮັບທັງໝົດ 23,680,000 ກີບ.
ໃນພິທີສະຫາຍ ພັນຕີ ໄຊລະສິນ ວິລັດດາວົງ ຮອງຫົວໜ້າພະແນກຈັດຕັ້ງພັກຍັງໄດ້ຜ່ານມະຕິຕົກລົງຂອງວິທະຍາຄານເຕັກນິກການທະຫານ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ກຳມະການໜ່ວຍພັກຫ້ອງອົບຮົມຕື່ມອີກ.
ໂດຍ ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















