ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ການນຳພັກ-ລັດແຂວງຈຳປາສັກ ວາງພວງມາລາເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-12-03 15:37:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ວັນທີ 2 ທັນວາ 2025 ນີ້, ການນຳພັກ-ລັດ ແຂວງຈຳປາສັກ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ຢູ່ທີ່ສະໜາມແດງນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ໂດຍມີ ສະຫາຍ ປອ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ມີຄະນະພັກ-ອົງການປົກຄອງແຂວງ, ຂົງເຂດການເມືອງ, ວັດທະນະທຳ-ສັງຄົມ, ເສດຖະກິດ, ປກຊ-ປກສ, ວິທະຍາໄລ ສັນຕິບານ ປະຊາຊົນເລກ II ,ມີ ຄະນະພັກ-ຄະນະກຳມະການປົກຄອງນະຄອນປາກເຊ, ສະມາຄົມຫວຽດນາມ ແລະ ສະມາຄົມຈີນ ເຂົ້າຮ່ວມ. ການເຂົ້າວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນຄັ້ງນີ້, ກໍ່ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ຈົນສາມາດນໍາພາປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຈົນມາເຖິງເທົ່າທຸກວັນນີ້. ຂ່າວ-ພາບ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ