ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ພາກສ່ວນຕ່າງໆເຂົ້າອວຍພອນກອງພົນທີ 4 ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-12-03 15:28:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:



ວັນທີ 1 ທັນວາ 2025 ນີ້, ພາກສ່ວນຕ່າງໆໃນນັ້ນມີ ບໍລິສັດ ຂຸດຄົ້ນບໍ່ແຮ່ທາດ ໂກເອໂກ(ຈຳກັດຜູ້ດຽວ), ກອງຂຸດຄົ້ນ ອັດທິ 584 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຈິ ແລະ ມີບໍລິສັດ ອຸທຸມພອນກໍ່ສ້າງ, ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ກອງພົນທີ 4 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ໝູນວຽນມາບັນຈົບອີກວາລະໜຶ່ງ ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 4 ພ້ອມຄະນະ. ຕາງໜ້າແຕ່ລະບໍລິສັດ ກໍ່ໄດ້ກ່າວສະແດງຄວາມຄວາມຮູ້ບຸນ ແລະ ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 4 ພ້ອມທັງສະແດງຄວາມປີຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງໃນຕະຫຼອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍຈິດໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອອັນພິລະອາດຫານຂອງກຳລັງປະກອບອາວຸດກໍ່ຄືປະຊາຊົນລາວ ບັນດາເຜົ່າໄດ້ຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດທົດສອບນາໆປະການຈົນສາມາດຍາດເອົາເອກະລາດ ແລະ ກ້າວໄປເຖິງການທ້ອມໂຮມປະເທດຊາດໃຫ້ເປັນເອກະພາບຢ່າງສົມບູນ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມາຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງລັດ ແລະ ສອງກອງທັບກໍ່ຄືປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ເພີ່ມທະວີ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍສາຍພົວພັນເຂົ້າສູ່ລວງເລິກໃຫ້ນັບມື້ດີຂຶ້ນກວ່າເກົ່າ. ໂອກາດດຽວກັນນັ້ນ, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ກໍ່ໄດ້ກ່າວສະແດງຄວາມຂອບໃຈອັນເລິກເຊິ່ງມາຍັງແຕ່ລະບໍລິສັດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ພ້ອມທັງອວຍພອນໄຊໃຫ້ການນຳ ບໍລິສັດ ຈົ່ງມີແຕ່ຄວາມສຸກ,ສຸຂະພາບແຂງແຮງ, ທັງສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ສືບຕໍ່ເສີມສ້າງຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມາຄີແບບພິເສດ ແລະ ການຮ່ວມມືໃນທຸກດ້ານໃຫ້ຈະເລີນງອກງາມ. ພາບ-ຂ່າວ: ຮທ ສາຍຄຳວິໄລພອນ ກອງພົນທີ 4



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ