ຈັດສຳມະນາວິຊາການ ດ້ານວຽກງານປ້ອງກັນ ແລະ ຮັບປະກັນເຄມີ
ເວລາອອກຂ່າວ: 2025-12-03 09:06:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 637 | ຄວາມນິຍົມ: ![]()
ວັນທີ 25 ພະຈິກ 2025 ຜ່ານມານີ້, ຢູ່ກອງພັນ 15 ເຄມີ, ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດອົບຮົມສຳມະນາວິຊາການ ດ້ານວຽກງານປ້ອງກັນ ແລະ ຮັບປະເຄມີ ໃຫ້ພະນັກງານຫຼັກເເຫ່ງເຫຼົ່າຮົບເຄມີ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ, ມີຄະນະພັກ-ຄະນະບັນຊາ ກອງພັນ 15 ເຄມີ, ສູນ 66, ແຂກຖືກເຊີນ, ພະແນກການກົມເຄມີສາດ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ສະຫາຍ ພັນໂທ ນິກອນ ພົງພູທອງ ຫົວໜ້າການທະຫານສູນ 66 ໄດ້ຂຶ້ນຜ່ານເເຜນການອົບຮົມວຽກງານຮອບດ້ານຂອງສູນຄົ້ນຄວ້າວິໄຈເຄມີ ປະຈຳປີ 2025 ສະບັບເລກທີ 082/ກຄມ ລົງວັນທີ 12 ກຸມພາ 2025 ໃນການປັບປຸງວຽກງານອົບຮົມຫັດແອບໃຫ້ນັບມື້ດີຂຶ້ນ ມີຄວາມໜັກແໜ້ນຊຳນິ ຊຳນານທາງດ້ານວິຊາສະເພາະ ແລະ ວິຊາການມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ, ຈຸດປະສົງເພື່ອເປັນການສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈຕໍ່ກັບຄວາມອັນຕະລາຍຈາກອາວຸດທຳລາຍລ້າງສູງ ແລະ ການຄຸ້ມຄອງ, ນຳໃຊ້ທາດເຄມີໃຫ້ມີຄວາມປອດໄພ, ສາມາດກຳນົດມາດຕະການ, ຊອກວິທີການປ້ອງກັນ ແລະ ການແກ້ໄຂເພື່ອລຸດຜ່ອນຜົນກະທົບທີ່ຮ້າຍແຮງ, ເພື່ອອົບຮົມ ທັງເປັນການແລກປ່ຽນຂໍ້ມູນວຽກງານປ້ອງກັນ ແລະ ຮັບປະກັນເຄມີ ຢູ່ແຕ່ລະກົມກອງ, ແຕ່ລະພາກສ່ວນຕ້ອງກຳແໜ້ນບັນດາບາດກ້າວ, ວິທີການໃນການປ້ອງກັນ ແລະ ການຕອບໂຕ້ສຸກເສີນທາງເຄມີ, ລັງສີ ແລະ ການກຳນົດໜ້າວຽກຕົວຈິງໃນສະໜາມໄດ້ຢ່າງຊັດເຈນ, ເຊິ່ງການອົບຮົບໃນຄັ້ງນີ້ ມີນັກສຳມະນາກອນທັງໝົດ 46 ສະຫາຍ, ເນື້ອໃນທີ່ນຳມາສຳມະນາມີ 5 ຫົວຂໍ້ຄື: ຄວາມອັນຕະລາຍຈາກອາວຸດຟົດຟໍ, ການປ້ອງກັນ ແລະ ວິທີການແກ້ໄຂ, ອາວຸດທາດໄໝ້ນ່າປານ, ການປ້ອງກັນ ແລະ ວິທີການຫຼົບຫຼີກ, ຄວາມປອດໄພຈາກແຫຼ່ງກຳເນີດລັງສີ, ວິທີການແກ້ໄຂອຸປະຕິເຫດທາງເຄມີອຸດສາຫະກຳ ແລະ ລາຍງານຈຸດທີ່ຕັ້ງພິກັດເຄມີ, ລັງສີ ຢູ່ ສປປ ລາວ (C.N.R), ເຊິ່ງຈະດຳເນີນເປັນເວລາ 4 ວັນຈຶ່ງຈະສຳເລັດ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















