ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫໍສະໝຸດ​ກອງທັບ ຈັດ​ງານ​ແຂ່ງຂັນ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ຢູ່​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກາດ 641
ເວລາອອກຂ່າວ: 2025-12-03 09:05:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 622 | ຄວາມນິຍົມ:



ຫໍສະໝຸດ​ກອງທັບ ຈັດ​ງານແຂ່ງຂັນ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ຢູ່​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກາດ641 ໃນ​ວັນ​ທີ 27 ພະຈິກ 2025 ນີ້, ໂດຍ​ການ​ເປັນ​ ປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ ສະຫາຍ ​ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ອຳນວຍ​ການ​ຫໍ​ສະ​ມຸດ​ກອງທັບ, ມີ​ສະຫາຍ ພັນ​ໂທ ທອງ​ລິດ ແສງ​ຈັນທະ​ບຸລີ ຮອງ​ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກາດ 641, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ແຂກ​ຖືກ​ເຊີນ, ກຳມະການ ແລະ ພະ ນັກງານ​ນັກຮົບ​ທົ່ວ​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກາດ 641ເຂົ້າ​ຮ່ວມ. ສະຫາຍ​ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ອຳນວຍ​ການ​ຫໍ​ສະ​ມຸດ​ກອງທັບ ໄດ້​ຂຶ້ນ​ຜ່ານ​ການ​ກະກຽມ ແລະ ກົດ​ລະບຽບ, ຈຸດປະສົງ​ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສະ​ຖາ​ປາ​ນາ ​ສປປ ລາວ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່​ຈະ​ມາ​ເຖິງ​ນີ້ ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ພະນັກງານ-ນັກຮົບ​ໃຫ້​ມີ​ຈິດໃຈ​ຮັກ​ມັກ​ການ​ອ່ານ, ເພື່ອ​ສ້າງ​ໃຫ້​ເຂົາເຈົ້າ​ກໍ​ໄດ້​ແນວທາງ ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ​ຂອງ​ກອງທັບ ແລະ ບັນດາມູນເຊື້ອທາດ​ແທ້​ຂອງ​ກອງ ທັບ​ປະຊາຊົນ​ລາວ ເພື່ອ​ສ້າງ​ເຂົາ ເຈົ້າ​ໃຫ້ ກາຍເປັນ​ພະນັກງານ-ນັກຮົບ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ດ້ານ​ການເມືອງ, ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ມີ​ຄວາມ​ຮູ້ ຄວາມ​ສາມາດ​ໃນ​ການ​ເຮັດ​ໜ້າທີ່ວຽກ​ງານ ທ່ວງ​ທັນ​ກັບ​ຍຸກ​ສະໄໝ ທີ່​ມີ​ວິທະຍາສາດ​ກ້າວໜ້າ​ທັນ​ສະໄໝ ເພື່ອ​ເຮັດ​ສຳເລັດ​ໜ້າທີ່ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ອີກ​ດ້ານໜຶ່ງ ເປັນ​ການ​ເປີດ​ໂອກາດ ເພື່ອ​ຊອກ​ຄົ້ນ​ຫາ​ພະນັກງານ-ນັກຮົບ ຜູ້​ທີ່​ມີຫົວຄິດ, ມັນ​ສະໜອງ​ວ່ອງໄວ, ມີ​ການ​ຊອກ​ຮູ້​ຮ່ຳຮຽນ, ຈື່​ຈຳ​ໄດ້​ດີ ແລະ ມີ ພອນ​ສະຫວັນ-ພອນ​ສະແຫວງ ເພື່ອ​ຊອກ​ໃຫ້​ເຫັນ​ບຸກຄົນ​ທີ່​ເກັ່ງ ສາມາດມາ​ທົດ​ສອບ​ກັນ​ດ້ວຍ​ຄວາມ​ຮູ້ ຄວາມ​ສາມາດ​ຕົວ​ຈິງ​ໃນ​ເວທີ​ນີ້. ໃນ​ພິທີ, ຍັງ​ໄດ້​ມອບ​ລາງວັນ​ໃຫ້​ແຕ່​ລະ​ປະເພດ ແລະ ມອບ​ປື້ມ​ອ່ານ​ຈຳນວນ​ໜຶ່ງ​ໃຫ້​ຫໍ​ສະ​ມຸດ​ກອງພັນ​ໃຫຍ່​ປ້ອງ​ກັນ​ອາກ​​າດ 641 ອີກ​ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ