ຫໍສະໝຸດກອງທັບ ຈັດງານແຂ່ງຂັນຖາມ-ຕອບຄວາມຮູ້ຮອບຕົວ ຢູ່ກອງພັນໃຫຍ່ປ້ອງກັນອາກາດ 641
ເວລາອອກຂ່າວ: 2025-12-03 09:05:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 621 | ຄວາມນິຍົມ: ![]()
ຫໍສະໝຸດກອງທັບ ຈັດງານແຂ່ງຂັນຖາມ-ຕອບຄວາມຮູ້ຮອບຕົວ ຢູ່ກອງພັນໃຫຍ່ປ້ອງກັນອາກາດ641 ໃນວັນທີ 27 ພະຈິກ 2025 ນີ້, ໂດຍການເປັນ
ປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ອຳນວຍການຫໍສະມຸດກອງທັບ, ມີສະຫາຍ ພັນໂທ ທອງລິດ ແສງຈັນທະບຸລີ ຮອງຫົວໜ້າການເມືອງກອງພັນໃຫຍ່ປ້ອງກັນອາກາດ 641, ມີຄະນະພັກ-ຄະນະບັນຊາ, ພະແນກການ, ແຂກຖືກເຊີນ, ກຳມະການ ແລະ ພະ
ນັກງານນັກຮົບທົ່ວກອງພັນໃຫຍ່ປ້ອງກັນອາກາດ 641ເຂົ້າຮ່ວມ.
ສະຫາຍພັນໂທ ນາງ ຄູນທອງ ທຳມະວົງ ອຳນວຍການຫໍສະມຸດກອງທັບ ໄດ້ຂຶ້ນຜ່ານການກະກຽມ ແລະ ກົດລະບຽບ, ຈຸດປະສົງເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ ທັງເປັນການກະຕຸກຊຸກຍູ້ພະນັກງານ-ນັກຮົບໃຫ້ມີຈິດໃຈຮັກມັກການອ່ານ, ເພື່ອສ້າງໃຫ້ເຂົາເຈົ້າກໍໄດ້ແນວທາງ ຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ບັນດາມູນເຊື້ອທາດແທ້ຂອງກອງ ທັບປະຊາຊົນລາວ ເພື່ອສ້າງເຂົາ
ເຈົ້າໃຫ້ ກາຍເປັນພະນັກງານ-ນັກຮົບທີ່ມີຄວາມໜັກແໜ້ນດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມຮູ້ ຄວາມສາມາດໃນການເຮັດໜ້າທີ່ວຽກງານ
ທ່ວງທັນກັບຍຸກສະໄໝ ທີ່ມີວິທະຍາສາດກ້າວໜ້າທັນສະໄໝ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ອີກດ້ານໜຶ່ງ ເປັນການເປີດໂອກາດ ເພື່ອຊອກຄົ້ນຫາພະນັກງານ-ນັກຮົບ ຜູ້ທີ່ມີຫົວຄິດ, ມັນສະໜອງວ່ອງໄວ, ມີການຊອກຮູ້ຮ່ຳຮຽນ, ຈື່ຈຳໄດ້ດີ ແລະ ມີ ພອນສະຫວັນ-ພອນສະແຫວງ ເພື່ອຊອກໃຫ້ເຫັນບຸກຄົນທີ່ເກັ່ງ ສາມາດມາທົດສອບກັນດ້ວຍຄວາມຮູ້ ຄວາມສາມາດຕົວຈິງໃນເວທີນີ້. ໃນພິທີ, ຍັງໄດ້ມອບລາງວັນໃຫ້ແຕ່ລະປະເພດ ແລະ ມອບປື້ມອ່ານຈຳນວນໜຶ່ງໃຫ້ຫໍສະມຸດກອງພັນໃຫຍ່ປ້ອງກັນອາກາດ 641 ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















