ກອງພົນທີ 2 ມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານ
ເວລາອອກຂ່າວ: 2025-12-03 09:03:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ: ![]()
ໃນວັນທີ 26 ພະຈິກ 2025 ຜ່ານມາ, ກອງພົນທີ 2 ໄດ້ຈັດພິທີມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານຜູ້ທີ່ອອກການ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ຮອງຫົວໜ້າ ຫ້ອງການເມືອງ ກອງພົນທີ 2, ມີພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຜູ້ທີ່ອອກການຮັບເງີນອຸນໜູນເທື່ອດຽວເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ອຸ່ນເຮືອນ ໄຊທະລັງສີ ຊ່ວຍວຽກພະແນກພະນັກ ງານ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານອອກການຮັບເງີນອຸດໜູນເທື່ອດຽວ ສະບັບເລກທີ 4487 ລົງວັນທີ 23 ເດືອນ 7 ປີ 2025, ອີງຕາມຄຳຮ້ອງຂອງຜູ້
ກ່ຽວ ແລະ ການນຳສະເໜີຈາກກົມກອງພື້ນຖານ ຂໍອອກອຸດໜູນເທື່ອດຽວ ຈຳນວນ 8 ສະຫາຍ. ລວມເງິນ ທັງໝົດ492.285.458 ກີບ .
ໂອກາດນີ້ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ກຳມະການຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2 ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ບັນດາສະຫາຍນາຍທະຫານທີ່ອອກຮັບເງິນອຸດໝູນເທື່ອດຽວ ໃນຄັ້ງນີ້ເມື່ອກັບຄືນເປັນພົນລະເມືອງດີແລ້ວ ຈົ່ງປະກອບສ່ວນໃນການສ້າງສາພັດ
ທະນາບ້ານເມືອງ ແລະ ພັດທະນາຄອບຄົວ ເພີ່ມທະວີຄວາມ ສາມັກຄີກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ, ຮັກສາມູນເຊື້ອມູນເຊື້ອອັນດີງານຂອງກອງທັບ ປະຕິບັດຂໍ້ກຳນົດ ກົດລະບຽບ ຂອງບ້ານເມືອງ ເຄົາລົບຮີດຄອງປະເພນີຂອງປະຊົນບັນດາເຜົ່າ ແລະ ໝູນໃຊ້ເງິີນດັ່ງກ່າວນີ້ ໃນການພັດທະນາຊີວິດການເປັນຢູ່ຄອບຄົວຂອງຕົນໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















