ເອກອ້າງທະນົງໃຈ ຕໍ່ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງຊາດລາວເຮົາ
ເວລາອອກຂ່າວ: 2025-12-01 09:50:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 561 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ໄດ້ສະແດງຄວາມຮູ້ ບຸນຄຸນ ແລະ ໃຫ້ທັດສະນະຕໍ່ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີວ່າ: ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍ ສຳຄັນອັນໃຫຍ່ຫຼວງ ຂອງປະຊາຊົນລາວທັງຊາດເປັນວັນທີ່ປະ ຊາຊົນລາວ ເອກອ້າງທະນົງໃຈ ຕໍ່ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ເປັນວັນທີປະຊາຊົນລາວ ໄດ້ລຸດຜົ້ນອອກຈາກການປົກ ຄອງຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ຜ່ານຂະບວນວິວັດການຕໍ່ສູ້ອັນລະອິດລະອ້ຽວ ຍືດເຍື້ອຍາວນານ ແລະ ເຕັມໄປ ດ້ວຍນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົ່ງດ້ວຍນ້ຳໃຈອົງ ອາດກ້າແກ່ນ, ບໍ່ຍ້ອມຈຳນົນຕໍ່ ຊາດໃດໆ, ຕໍ່ສູ້ກອບກູ້ເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ດ້ວຍຄວາມສະ ຫຼາດສ່ອງໃສ ແລະ ຊີ້ນຳໂດຍ ກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ສາມາດຍາດໄດ້ໄຊຊະນະມາສູ່ປະເທດຊາດ, ປະກາດສະຖາປະນາ ເປັນປະ ເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຊາວໂລກໄດ້ຮັບຮູ້ຢ່າງເປັນທາງການໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາ ປະເທດລາວເຮົາໄດ້ຮັບການປົດປ່ອຍ, ປະຊາຊົນມີ ທາງທຳມາຫາກິນທີ່ດີ ພັກ-ລັດ ຖະບານໄດ້ປະຕິບັດ 2 ໜ້າທີ່ຍຸດ ທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຮອດປັດຈຸບັນນີ້ ປະເທດຊາດ ໄດ້ຮັບການພັດທະນາທາງດ້ານ ເສດຖະກິດ-ສັງຄົມ ໂດຍການຍາດແຍ່ງເອົາການຊ່ວຍເຫຼືອ ຈາກການລົງທຶນຂອງນັກທຸລະ ກິດທັງພາຍໃນ ແລະ ຕ່າງປະເທດ ຢ່າງຖືກຕ້ອງຕາມແນວທາງນະໂຍບາຍທີ່ພັກ-ລັດວາງອອກ, ປະເທດຊາດນັບມື້ມີຄວາມຈະ ເລີນໄປຕາມແຜນພັດທະນາໃນໄລຍະໃໝ່, ການດຳລົງຊີວິດຂອງປະຊາຊົນ ໄດ້ຮັບການຂະ ຫຍາຍຕົວຈາກທຳມະຊາດ ມາສູ່ລະບົບເຕັກໂນໂລຢີທີ່ທັນສະໄໝ ຂຶ້ນເທື່ອລະກ້າວ. ສຳລັບກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນຳໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ນັບແຕ່ມື້ສ້າງຕັ້ງໃນ ປີ 1949 ເຊິ່ງແມ່ນປະທານ ໄກ ສອນ ພົມວິຫານ ເປັນຜູ້ນຳພາໃນການຕໍ່ສູ້ຮ່ວມກັບໝູ່ຄະນະ ແລະ ໄດ້ຮັບໄຊຊະນະທຸກບັ້ນຮົບ ເຊິ່ງເປັນກຳລັງຫຼັກທີ່ພາປະເທດຊາດຫຼຸດຜົ້ນອອກຈາກແອກປົກຄອງຂອງພວກຈັດກະພັດ. ຈາກນັ້ນ, ກອງທັບກໍໄດ້ມີທ່າອ່ຽງພັດທະ ນາທາງດ້ານປະລິມານ ແລະ ຄຸນ ນະພາບ ເປັນກ້າວໆມາ.
ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຍັງກ່າວຕື່ມອີກວ່າ: ສຳ ລັບໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ແຕ່ລະຮຸ່ນ ໄດ້ອອກແຮງເສີມຂະ ຫຍາຍຫົວຄິດປະດິດສ້າງຂອງຕົນ ເຂົ້າໃນການກໍ່ສ້າງບຸກຄະລາກອນຮຸ້ນສືບທອດປ່ຽນແທນ ໃຫ້ກຳລັງປະກອບອາວຸດກອງທັບປົດປ່ອຍປະຊາຊົນລາວ ໃນເມື່ອກ່ອນ ກໍຄື ກອງທັບປະຊາຊົນລາວ ໃນປັດຈຸບັນ ເປັນແຕ່ລະໄລຍະສາ ມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງທັບ ຢ່າງມີໝາກຜົນອັນຈົບງາມ, ສາມາດສ້າງນັກຮຽນໄດ້ຫຼາຍພັນຄົນຄົນ ກາຍເປັນກຳລັງແຮງສັງລວມໃຫ້ແກ່ກອງທັບ ກໍຄື ປະເທດຊາດ. ໃນນີ້, ຫຼາຍສະຫາຍ ໄດ້ກາຍເປັນພະນັກງານການນຳຂັ້ນສູງຂອງພັກ-ລັດ ກໍຄືຂອງກອງທັບ, ປົກປັກຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້, ມູນເຊື້ອອັນມີກຽດສະຫງ່າຂອງຕົນ ກາຍເປັນເບົ້າຫຼໍ່ຫຼອມນັກຮຽນ-ນັກສຶກສາ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ກອງທັບ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ ໃຫ້ມີຂະບວນການພົດຟື້ນ, ໂຮງຮຽນກໍໄດ້ສ້າງຫຼາຍຂະບວນການ ເພື່ອເປັນການຂ່ຳນັບຮັບຕ້ອນ ເປັນຕົ້ນແມ່ນ ການສ້າງກິດຈະກຳກິລາ, ສິລະປະ ແລະ ຊຸກຍູ້ອ້າຍນ້ອງທີ່ປະຕິບັດໜ້າທີ່ວຽກງານຢູ່ຕາມຈຸດຕ່າງໆ. ອີກເທື່ອໜຶ່ງຂ້າພະເຈົ້າ ຕາງໜ້າຄະນະພັກ-ຄະນະອຳນວຍການໂຮງຮຽນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຈົດຈຳຜົນງານ, ຄຸນ ງາມຄວາມດີ ຂອງການນຳແຕ່ລະຮຸ່ນ, ແຕ່ລະໄລຍະ ພ້ອມທັງ, ຈະຮ່ຳຮຽນເອົາປະສົບການ ເພື່ອມາຜັນຂະຫຍາຍ ໝູນໃຊ້ເຂົ້າໃນໜ້າວຽກຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ. ຖືໂອກາດນີ້ ຂໍອວຍພອນໄຊອັນປະເສີດ ມາຍັງ ການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສ, ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດ ນາຍ ແລະ ພົນທະຫານ ກໍຄືປະຊາຊົນບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດຂອງບັນດາທ່ານ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















