ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບ ການແຂ່ງຂັນດ້ານວິຊາສະເພາະການແພດ
ເວລາອອກຂ່າວ: 2025-12-01 09:48:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໃຫ້ມີບັນຍາກາດຟົດຟື້ນ ກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອຳນວຍ ການໂຮງໝໍບໍລິເວນ 109 ກອງທັບ ໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນ ກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ, ແພດໝໍສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຕ່າງດ້າວ ທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າ ໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດ ຂີ່ຂຸດຮິດຢ່າງໜັກໜ່ວງແຕ່ຍ້ອນ ນ້ຳໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ຮຸກ ຮານດັ່ງນັ້ນ, ປະຊາຊົນລາວບັນ ດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນ ຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບ ໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ໃນໂອກາດ ກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີນີ້ ໂຮງໝໍບໍລິເວນ 109 ກອງທັບ ໄດ້ກະກຽມອອກແຮງແຂ່ງຂັນສ້າງຂະບວນວຽກງານຮອບດ້ານ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກົມກອງ ຢ່າງທົ່ວເຖິງ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂຶ້ນໃນໂຮງໝໍເຮັດ ໃຫ້ໂຮງໝໍມີຄວາມສະຫງົບເປັນ ພື້ນຖານ, ເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຈັດຕັ້ງເຊື່ອມຊຶມມະຕິຕ່າງໆຂອງກອງປະຊຸມພັກແຕ່ລະຂັ້ນ, ບັນດາມູນເຊື້ອອັນດີງາມຂອງພັກ, ຂອງຊາດໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ຈັດຕັ້ງກວດກາແຂ່ງຂັນດ້ານວິຊາສະເພາະການແພດ ເຊັ່ນ: ເຕັກນິກເຊີດຊູຄົນເຈັບໜັກ, ບັນ ດາເຕັກນິກຜ່າຕັດຕ່າງໆ, ການບົ່ງມະຕິພະຍາດ ແລະ ການວາງຢາໃນການປິ່ນປົວ, ການຕິດຕາມຄົນເຈັບ ແລະ ການເບິ່ງແຍງບົວ ລະບັດຄົນເຈັບ ແລະ ອື່ນໆ.
ສະຫາຍ ພັນໂທ ຈັນທະວີສຸກ ພຸດຈັນທອນ ຫົວໜ້າພະແນກຫ້ອງກວດສຸກເສີນ ໂຮງໝໍບໍເວນ 109 ກອງທັບ ໃຫ້ຮູ້ວ່າ: ໃນເມື່ອມີຄົນ ເຈັບເຂົ້າມາໃຊ້ບໍລິການພວກເຮົາກໍໄດ້ມີການຊັກຖາມອາການ, ກວດກາບົ່ງມະຕິພະຍາດ ແລ້ວນ້ຳສົ່ງໄປພະແນກການທີ່ກ່ຽວຂ້ອງ ເພື່ອເຂົ້າຮັບການປິ່ນປົວ, ຖ້າພະນັກງານ-ນັກຮົບ ທີ່ມີບັດປະກັນສັງຄົມ ພວກເຮົາກໍໄດ້ນຳສົ່ງໄປປິ່ນປົວ ຕາມລະບຽບການປະກັນສັງຄົມກອງທັບວາງອອກ. ສະຫາຍ ພັນໂທ ນາງ ໄຊສົງຄາມ ປ້ອງບັນດິດ ຮອງຫົວໜ້າພະແນກປະສູດ ໂຮງໝໍບໍລິເວນ 109 ກອງທັບ ໃຫ້ຮູ້ຕື່ມວ່າ: ສຳລັບການບໍລິການປິ່ນປົວຢູ່ພະແນກພວກເຮົາ ແມ່ນໄດ້ເອົາໃຈໃສ່ປິ່ນ ປົວປະສູດພະຍາດຍິງ ຊ່ວຍເກີດລູກຮັກສາສຸຂະພາບແມ່ ແລະ ເດັກ ໃນນັ້ນ, ກໍມີຜ່າຕັດອອກໃນເມື່ອເກີດລູກທ່າທີ່ຜິດປົກກະຕິ ຫຼືວ່າແມ່ທີ່ມີຄວາມສ່ຽງໄພເກີດທາງຊ່ອງຄອດບໍ່ໄດ້ ແລະ ປິ່ນປົວພະຍາດຍິງ, ໄລຍະຜ່ານມາ ການບໍລິການປິ່ນປົວຄົນເຈັບ ເຫັນວ່າ ຫາງສຽງສ່ວນຫຼາຍແມ່ນໄດ້ຮັບຄວາມເພິ່ງພໍໃຈຍ້ອງຍໍຊົມເຊີຍພະນັກງານແພດໝໍວ່າປິ່ນປົວດີ, ຮັບຕ້ອນດີ, ເວົ້າຈາສຸພາບ ປະຕິບັດຕາມຄຳຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກ ກໍຄືລະບອບການແພດຂອງກົມເສນາຮັກວາງອອກ.
ໄປຄຽງຄູ່ກັນນີ້, ຄະນະພັກ-ຄະນະບັນຊາ ຍັງໄດ້ຈັດຕັ້ງປະດັບປະດາຄ້າຍຄູ, ຕຶກປິ່ນປົວຄົນເຈັບໃຫ້ມີຄວາມສະອາດສວຍງາມ, ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, ປຸກລະດົມເຂົ້າຮ່ວມຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ຢູ່ພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນ, ຍູ້ແຮງຂະບວນການເພີ່ມພູນຜະ ລິດຜົນ ເປັນຕົ້ນແມ່ນ ການປູກຜັກເຂົ້າເຮືອນຄົວລວມ, ສືບຕໍ່ປັງປຸງແບບແຜນວິທີເຮັດວຽກແຕ່ລະຂັ້ນໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ.
ເນື່ອງໃນໂອກາດອັນມີຄວາມ ໝາຍຄວາມສຳຄັນນີ້, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຕາງໜ້າໃຫ້ນາຍ ແລະ ພົນທະຫານ ທົ່ວໂຮງໝໍບໍລິເວນ 109 ກອງທັບ ສະແດງຄວາມຮູ້ບຸນຄຸນມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ສຶກສາອົບຮົມ ແລະ ນຳພາ-ຊີ້ນຳກອງທັບ ໃຫ້ເຕີບໃຫຍ່ເຂັ້ມ ແຂງ ພ້ອມທັງເຮັດສຳເລັດໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ຂໍອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສບຳ ນານ, ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານເພື່ອຂ່ຳນັບຮັບຕ້ອນ ວັນປະຫວັດສາດຂອງ ຊາດ, ຂອງພັກ ໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງ ຂວາງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















