ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ພັກ 50 ປີຜ່ານມາ ປະເທດ​ຊາດ​ມີ​ການ​ພັດທະນາ​ດ້ວຍ​ບາດກ້າວ​ອັນ​ໜັກ​ແໜ້ນ
ເວລາອອກຂ່າວ: 2025-11-28 10:16:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 751 | ຄວາມນິຍົມ:



ຊາວ​ລາວ​ເຮົາ ໄດ້​ມີ​ປະ ຫວັດສາດ​ອັນ​ອົງອາດ​ກ້າຫານ​ມາ​ຫຼາຍ​ພັນ​ປີ ໃນ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ສັດຕູ​ພາຍ​ນອກ ແລະ ມີ​ການ​ສ້າງສາ​ພັດ ທະນາ​ຕະຫຼອດ​ມາ, ຈາກ​ມູນເຊື້ອ​ດັ່ງກ່າວ ປະຊາຊົນ​ບັນດາເຜົ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະ ຊາຊົນ​ປະຕິວັດ​ລາວ ສາມາດ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ຕ້ານ​ການ​ຮຸກ​ຮານ ແລະ ການ​ຄອບ​ຄອງ​ຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ໃໝ່ ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ມີ​ໄຊ ແລະ ສ້າງຕັ້ງສາທາລະນະ​ລັດປະ ຊາທິປະໄຕ ປະຊາຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2 ທັນວາ 1975, ໂດຍ​ສ້າງ​ລັດ​ທີ່​ມາ​ຈາກ​ປະຊາຊົນ ແລະ ແມ່ນ​ລັດ​ແຫ່ງ​ອຳນາດ​ປະຊາຊົນ ເພື່ອ​ປະຊາຊົນ, ແມ່ນ​ວັນ​ແຫ່ງ​ການ​ກ້າວ​ສູ່​ຍຸກ​ສະໄໝ​ໃໝ່​ແຫ່ງ​ການ​ສ້າງ ​ສປປ ລາວ ແລະ ປະທານ ໄກສ​​ອນ ພົມວິຫານ ໄດ້​ຕີ​ລາຄາ ໃນ​ວັນ​ທີ 2 ທັນວາ 1975 ວ່າ: ບໍ່​ທັນ​ມີ​ເວລາ​ໃດ​ທີ່​ປະຊາຊົນ​ເຮົາ ເຊິ່ງ​ເປັນ​ຜູ້​ສ້າງ​ປະຫວັດສາດ​ຂອງ​ຊາດ ໄດ້​ຍາດ​ເອົາ​ໄຊຊະນະ​ສົມບູນ, ເຖິງ​ຖ່ອງ ແລະ ບໍລິບູນ​ໄດ້​ຢ່າງ​ສະຫງ່າ​ລາສີ​ຄື​ແນວ​ນີ້​ຈັກ​ເທື່ອ. ໄຊຊະນະ​ນັ້ນ ບໍ່​ສະເພາະ​ແຕ່​ໄດ້​ຟື້ນ​ຟູ​ຄວາມ​ເປັນ​ເອກະລາດ​ຂອງ​ປະເທດ​ເຮົາ, ຫາກ​ຍັງ​ເປັນ​ຄັ້ງ​ທຳ​ອິດ ທີ່​ປະຊາຊົນ​ບັນດາ​ຊົນ​ຊາດ​ເຮົາ ຜູ້​ເຄີຍ​ດຳລົງ​ຊີວິດ​ເປັນ​ທາດ ໄດ້​ກາຍ​ມາ​ເປັນ​ເຈົ້າ​ຂອງ​ຢ່າງ​ແທ້​ຈິງ​ຂອງ​ຊາດ​ໜຶ່ງ ທີ່​ມີ​ເອກະລາດ, ມີ​ອິດສະຫຼະພາບ​ຢ່າງ​ສົມບູນ ແລະ ພວມ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ເຮັດ​ໃຫ້ ຄວາມ​ມຸ້ງ​ຫວັງ​ອັນ​ແຮງ​ກ້າ​ຂອງ​ປວງ​ຊົນ​ລາວ ກໍ​ຄື​ຂອງ​ມວນ​ມະນຸດ ປະ ກົດ​ເປັນ​ຈິງ​ຢູ່​ບົນ​ຜືນ​ແຜ່ນດິນ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ. ເນື່ອງ​ໃນ​ໂອກາດ ວັນ​ປະຫວັດ ສາດ​ສຳຄັນ​ຕ່າງໆ ປີ 2025 ນີ້, ເວົ້າ​ສະເພາະ​ແມ່ນ ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນ ​ຄ້າຍ​ວັນ​ເກີດ​ຂອງ ​ປະທານ ໄກ ສອນ ພົມວິຫານ ຄົບຮອບ 105 ປີ ທີ່​ຈະ​ມາ​ເຖິງ​ນີ້, ສະຫາຍ ພັນ​ເອກ ຄິດ​ສະຫງວນ ທິບ​ພະ​ວົງ ຮອງ​ອຳນວຍ​ການ ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະ​ຄົມ ໄດ້​ໃຫ້​ທັດສະນະ​ຕໍ່​ວັນ​ສຳຄັນ​ດັ່ງກ່າວ​ວ່າ: ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນແລ້ວ ຕະຫຼອດ 50 ປີ ແຫ່ງ​ການ​ປະ ຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ, ພັກ-ລັດ ໄດ້​ນຳພາ​ປະເທດ​ຊາດ ຮັບປະກັນ ແລະ ຮັກສາ​ໄດ້​ ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ເປັນ​ເອກະລາດ, ອຳນາດ​ອະທິປະ​ໄຕ ແລະ ມີ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ເຊິ່ງ​ໝາກຜົນ​ຂອງ​ການ​ປະຕິວັດ ແລະ ບົດບາດ​ການ​ ນຳພາ​ຂອງ​ພັກ ນັບ​ມື້ນັບໜັກ​ແໜ້ນ, ເຂັ້ມແຂງ ໃນ​ນັ້ນ, ແນວທາງ ແລະ ໜ້າທີ່ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ ກໍ​ໄດ້​ຮັບ ​ການຈັດຕັ້ງປະຕິບັດຕິດພັນກັບ ການ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດຮອບດ້ານ ແລະ ລົບ​ລ້າງ​ຄວາມທຸກ ​ຍາກຕາມ 4 ເນື້ອ​ໃນ 4 ຄາດໝາຍ, ຂົງເຂດ​ພັດທະນາເສດຖະກິດ-ສັງຄົມ ໄດ້​ຮັບ​ການ​ພັດທະນາເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ ແລະ ມີ​ທ່າ​ຂະ ຫຍາຍຕົວ ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໄດ້​ຮັບ​ການ​ປັບປຸງ ແລະ ຍົກ​ລະດັບ​ດີ​ຂຶ້ນ​ເປັນ​ກ້າວໆ​ມາ. ສະຫາຍ ພັນ​ເອກ ຄິດ​ສະຫງວນ ທິບ​ພະ​ວົງ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳ ລັບ​ລັດ​ວິ​ສາ​ຫະ​ກິດ ລາວ-ເອເຊຍ ໂທລະ​ຄົມໂດຍໄດ້ຮັບການມອບ ​ໝາຍ​ຈາກ ພັກ-ລັດ, ໂດຍສະເພາະ ກະຊວງປ້ອງກັນປະເທດ ໃນ​ການ​ດຳເນີນ​ທຸລະ​ກິດ​ໂທລະ​ຄົມ ມະນາຄົມ ເປັນ​ສ່ວນ​ໜຶ່ງ​ສຳຄັນ​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ຮັບປະກັນ​ໃຫ້​ແກ່​ ວຽກ​ງານ ​ປກຊ-​ປກສ ໃນໄລຍະ ​ຜ່ານ​ມາ ເຫັນ​ວ່າປະສົບຜົນສຳ ເລັດ ແລະ ສ້າງ​ລາຍ​ຮັບ​ໃນ​ລະດັບ​ອັນ​ແນ່ນອນ ຫຼາຍ​ສົມຄວນ. ປັດ ຈຸບັນ, ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະ​ຄົມ ໄດ້​ຮັບ​ຄວາມໄວ້​ ວາງໃຈ​ຈາກ ພັກ-ລັດ, ຕາງໜ້າ ​ລັດຖະບານ ເຂົ້າ​ໄປ​ຖື​ຮຸ້ນ​ຢູ່ບໍລິ ສັດ​ຮຸ້ນ​ສ່ວນ​ທ່າເຮືອ​ສາກົນ ລາວ- ຫວຽດນາມໃນການເຂົ້າຮ່ວມ ​ພັດທະນາ​ທ່າ​ທຽບ​ເຮືອ​ຫວຸ້ງ​ອ່າງ ຢູ່​ແຂວງ​ຮ່າ​ຕິ່ງ ​ສສ ຫວຽດນາມ, ເຊິ່ງ​ໃນ​ທ້າຍ​ປີ 2025 ນີ້, ລັດ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຮົາ ຈະ​ຕາງໜ້າ​ໃຫ້​ລັດຖະບານ ​ສປປ ລາວ ຖື​ຮຸ້ນ​ໃຫຍ່ 60%. ນອກຈາກ​ນີ້, ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະ​ຄົມ ຍັງ​ໄດ້​ຄົ້ນຄວ້າ​ດຳເນີນ​ທຸລະ​ກິດ​ຂົງເຂດ​ບໍລິການ​ຄົບ​ວົງ​ຈອນ ຕາມ​ທິດ​ຊີ້​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ເພື່ອ​ຊອກ​ທ່າ ແຮງ​ແຫຼ່ງ​ລາຍ​ຮັບ​ອື່ນ ເພື່ອ​ສ້າງ ຄວາມ ​ເຂັ້ມແຂງ, ເພິ່ງ​ຕົນ​ເອງ, ເປັນ​ເຈົ້າ​ ຕົນ​ເອງ ເປັນຕົ້ນ ການ​ດຳເນີນທຸລະ​ກິດ,ໂຮງແຮມ, ລີ​ສອດ, ສະໜາມ​ກ໋ອບ, ຮ້ານ​ອາ ຫານ ແລະ ຂົງເຂດ​ອື່ນໆ. ພ້ອມ​ນີ້, ໃນຕໍ່ໜ້າ​ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະຄົມ ຈະ​ໄດ້​ສຸມ​ໃສ່​ທຸກ​ກຳລັງ​ແຮງບົ່ມ​ ຊ້ອນ​ໃນ​ການ​ຜັນ​ຂະຫຍາຍ​ຕາມ ​ເນື້ອ​ໃນ​ຈິດໃຈ ເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ, ທາງ​ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະ​ຄົມ ຈະ​ໄດ້​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ມີ​ການ​ຮ່ວມ​ມື ລະຫວ່າງ ຫົວໜ່ວຍ​ລັດ​ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ກອງທັບ ແລະ ບັນດາ​ລັດ​ວິ​ສາ​ຫະ​ກິດ ຂອງ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ຮ່ວມ​ມື​ກັນ​ສ້າງ​ເຂດ​ໂລ​ກິດ​ຕິກ, ການ​ຂົນສົ່ງ ແລະ ຂົງເຂດ​ອື່ນໆ ຕາມ​ທິດ​ຊີ້​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ເນື່ອງ​ໃນ​ໂອກາດ ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່​ຈະ​ມາ​ເຖິງ​ນີ້, ສະຫາຍ ພັນ​ເອກ ຄິດ​ສະຫງວນ ທິບ​ພະ​ວົງ ໄດ້​ຕາງໜ້າ​ໃຫ້​ຄະນະ​ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ ລາວ-ເອເຊຍ ໂທລະ​ຄົມ, ພະນັກງານຫຼັກແຫຼ່ງ ແລະ ບຸກຄະລາ​ກອນ ທົ່ວ​ລັດ​ວິ​ສາ​ຫະ​ກິດ ລາວ-ເອ​ເຊຍ ໂທລະ​ຄົມ ສະແດງ​ຄວາມ​ຮູ້​ບຸນຄຸນ​ມາ​ຍັງ​ການ​ນຳ​ພັກ-ລັດ, ການນຳ​ ກະຊວງ​ປ້ອງ​ກັນປະເທດທີ່ໄດ້​ຊີ້​ນຳ-ນຳພາ​ລັດວິ​ສາ​ຫະ​ກິດລາວ-ເອ​ເຊຍ ໂທລະ​ຄົມເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະເສີດ ໃຫ້ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ, ຕະຫຼອດ​ເຖິງ​ປະຊາຊົນ​ບັນດາເຜົ່າ ໃນ​ທົ່ວ​ປະເທດ, ນາຍ ແລະ ພົນທະຫານ ໃນ​ທົ່ວ​ກອງທັບ, ຈົ່ງມີ​ ສຸຂະພາບ​ແຂງແຮງ ພ້ອມ​ກັນ​ສະເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ​ກວ້າງຂວາງ. ໂດຍ: ບິກ​ໄຊ (ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ