ໂຮງຮຽນ 303 ເປິດຂະບວນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2025-11-28 10:09:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ: ![]()
ໃນວັນທີ 20 ພະຈິກ 2025 ນີ້, ໂຮງຮຽນ 303 ໄດ້ເປີດຂະບວນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ເພືອດຳເນີນຊີວິດການເມືອງໃນທົ່ວພັກ-ລັດ, ໂດຍການເປັນປະ ທານ ແລະ ຂຶ້ນຫ້ອງສິດສອນຂອງ ສະຫາຍ ພັນເອກ ສະຫມຽນ ເມກປະເສີດ ຫົວໜ້າການທະຫານໂຮງຮຽນ 303, ມີສະຫາຍ ພັນໂທ ດາວອນ ສີມາລາຄຳ ຫົວໜ້າການເມືອງໂຮງຮຽນ 303, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວໂຮງຮຽນ 303 ເຂົ້າຮວ່ມ.
ຈຸດປະສົງ ແມ່ນເພື່ອການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈ ແລະ ຮ່ຳຮຽນເອົາແບບ ແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດອັນສູງສົງຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮ່ຳຮຽນເອົາເພີ່ນເປັນແບບຢ່າງ, ເພື່ອເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ີດີເດັ່ນ, ມີຄຸນທາດການເມືອງ, ມີຄຸນສົມບັດສີນທຳປະຕິວັດໃຫ້ໜັກແໜ້ນ, ເພື່ອສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈມາດຖານຂອງພະນັກ ງານແມ່ນສິ່ງທີ່ສຳຄັນ ແລະ ຈະ ແມ່ນປັດໃຈພື້ນຖານການເລືອກເຝັ້ນເອົາພະນັກງານ ສະມາຊິກພັກເຂົ້າໃນການຊັບຊ້ອນ, ຈັດວາງ, ກໍ່ສ້າງ, ບຳລຸງ ແລະ ທັງ ເປັນການອ້າງອີງໃຫ້ພະນັກ ງານ-ນັກຮົບເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດເພືອກ້າວຂຶ້ນເປັນພະນັກງານຫຼັກແຫຼ່ງ ແລະ ເພື່ອເປັນການປຸກລະດົມຂະບວນການທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ແລະ ຕິດພັນກັບການສ້າງຜົນງານຄ່ຳນັບຮັບຕ້ອນ 3 ວັນປະຫວັດສາດໃນປີ 2025 ນິ້, (ວັນສ້າງຕັ້ງ ພັກປະຊາຊົນລາວ ຄົບຮອບ 76 ປີ, ວັນສະຖາປານາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ).
ຫຼັງຈາກນັ້ນ ສະຫາຍ ພັນໂທ ດາວອນ ສີມາລາຄຳ ຫົວໜ້າການເມືອງໂຮງຮຽນ 303 ໄດ້ຂຶ້ນຫ້ອງສິດສອນພາກທີດສະດີ ໃນນັ້ນໄດ້ຮຽນຮູ້ກຽດສັກສີ ແລະ ຄວາມຮັບຜິດຊອບຂອງພະນັກງານ - ນັກຮົບໃນກອງທັບປະຊາຊົນລາວ, ກອງທັບເຮົາເວລາໃດກໍໄດ້ຮັບຄວາມເຊື່ອໝັ່ນໄວ້ວາງໃຈ, ການສຶກສາອົບຮົມຈາກພັກ-ລັດ ແມ່ນປັດໃຈທີ່ີມີຄວາມໝາຍຄວາມສຳຄັນໃນການຕັດ ສິນໃຈກາກໍ່ໍສ້າງກອງທັບໃຫ້ມີຄຸນທາດການເມືອງ-ແນວຄິດທີ່ີກ້າວໜ້າໃຫ້ພະນັກງານ-ນັກຮົບ ໃນກອງທັບຕະຫຼອດຮອດວິວັດແຫ່ງການກໍ່ໍສ້າງ, ສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ພັກ-ລັດ, ການຈັດຕັ້ງກອງທັບຍິ່ງມີຄວາມແໜ້ນໜາ, ມີຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທຳ, ມີລະບຽບວິໄນຢ່າງເຂັ້ມງວດ, ມີຈິດໃຈຮັກແພງສາມັກຄີໃນເວລາສູ້ຮົບ ແລະ ພອ້ມກັນເຮັດສຳເລັດໜ້າທີ່່ີທີ່ພັກ-ລັດ ມອບໝາຍໃຫ້.
ໂດຍ: ແດງ ນັນທະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















