ກອງພັນ 432 ທະຫານແຂວງວຽງຈັນ ສຳເລັດການເຝິກ ອົບຮົມ-ຫັດແອບ ປະຕິບັດງານຂັ້ນຕົວເມືອງ
ເວລາອອກຂ່າວ: 2025-11-13 09:02:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 427 | ຄວາມນິຍົມ: ![]()
ພິທີປິດຊຸດເຝິກ ອົບຮົມ-ຫັດແອບ ໄລຍະສັ້ນ ການປະຕິບັດງານຂັ້ນຕົວເມືອງ ປະຈຳປີ 2025 ໃຫ້ກຳລັງກອງພັນຕີພິເສດ 432 ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2025, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເຈົ້າແຂວງ ແຂວງວຽງຈັນ, ມີສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍຳວົງທັນ ຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ຫ້ອງວ່າການແຂວງ, ຫ້ອງການປ້ອງກັນຊາດແຂວງ, ອົງການ 5 ຫ້ອງ, ພະແນກຕີພິເສດ ຕະຫຼອດຮອດ ພະນັກງານ ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນຮຽງ ເພັດທະສອນ ຫົວໜ້າການທະ ຫານກອງພັນຕີພິເສດ 432 ໄດ້ຜ່ານບົດສະຫຼຸບອົບຮົມ-ຫັດແອບ ໄລຍະສັ້ນ ການປະຕິບັດງານຂັ້ນຕົວເມືອງ ປະຈຳປີ 2025 ໃຫ້ຮູ້ວ່າ: ວຽກງານອົບຮົມ-ຫັດແອບວິຊາສະເພາະຕີຕົວເມືອງ ແມ່ນໜ້າທີ່ໃຈກາງດ້ານວິຊາສະເພາະໃນການຈັດຕັ້ງປະຕິບັດໂຄງການຫຼັກສູດ ອົບຮົມ-ຫັດແອບ ເພື່ອປະກອບສ່ວນໃຫ້ແກ່ໜ້າທີ່ວຽກງານ ປກຊ-ປກສ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນທາງດ້ານພາວະວິໄສ ແລະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີລະບຽບແບບແຜນທັນສະໄໝ ແນໃສ່ເພື່ອຕອບສະໜອງໜ້າທີ່ການເມືອງໃນສະ ເພາະໜ້າ ແລະ ຍາວນານ; ເພື່ອເຮັດໜ້າທີ່ ອົບຮົມ-ຫັດແອບ ໄດ້ຮັບການຈັດຕັ້ງໄປດ້ວຍຜົນ ສຳເລັດສູງນັ້ນ ໄດ້ມີຄະນະຊີ້ນຳລວມ, ຄະນະຮັບຜິດຊອບພາກສະໜາມ, ຄະນະຮັບຜິດຊອບເນື້ອໃນ, ວິຊາການ ຄູ-ອາຈານ ກົມ 49 ຮັບຜິດຊອບການສິດສອນ, ຄະ ນະຮັບຜິດຊອບແຕ່ລະຂັ້ນ ເພື່ອຄຸ້ມຄອງນັກເຝິກອົບຮົມໃນການເຄື່ອນໄຫວເຮັດວຽກ ແລະ ປິ່ນອ້ອມວຽກງານໃຈກາງຂອງການອົບຮົມ ໂດຍແມ່ນພະແນກຕີພິເສດ ເປັນຜູ້ຊີ້ນຳໃກ້ຊິດຕິດແທດຕົວຈິງ, ຄວບຄຸມ, ກວດກາຄຸ້ມຄອງຫຼັກສູດ ແລະ ແຜນການການອົບຮົມໃນແຕ່ລະວັນຢ່າງເປັນປົກກະຕິ. ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບ ທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຝິກອົບຮົມ-ຫັດແອບ ໃນໄລຍະ15 ວັນ ນັບແຕ່ວັນທີ 27 ຕຸລາ ຮອດ ວັນທີ 10 ພະຈິກ 2025, ມື້ໜຶ່ງຮຽນ 7 ຊົ່ວໂມງ ເທົ່າກັບ 105 ຊົ່ວໂມງ, ຈຳນວນພົນເຂົ້າຮ່ວມທັງໝົດ 85 ສະຫາຍ, ສຳລັບ ວິຊາທີ່ໄດ້ຈັດຕັ້ງອົບຮົມ-ຫັດແອບຄັ້ງນີ້ ມີພາກສິລະປະຍຸດຄື: ການເຄື່ອນໄຫວຕາມຂັ້ນໄດ, ລະບຽງເຮືອນ, ຜ່ານປະຕູ ແລະ ປ່ອງຢ້ຽມ, ວິທີວາງລະເບີດໃສ່ເປົ້າໝາຍຕ່າງໆ, ຕາມຫ້ອງການ ແລະ ເຮືອນນອນ, ພາກຍຸດທະວິທີຕົວເມືອງຂອງເຫຼົ່າຮົບຕີພິເສດຄື: ປີກຕີພິເສດປິດລັບດັບສູນ, ດັບສູນໃນອົງການ, ສຳນັກງານ, ກອງຮ້ອຍຕີພິເສດຕ້ານສະກັດກັ້ນ-ສະຫຼາຍກຸ່ມປະທ້ວງ ແລະ ປີກຕີພິເສດຊີງຕົວປະກັນ- ປົດປ່ອຍຕົວປະກັນ.
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະ
ບັນຊາ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງເອົາໃຈ ໃສ່ເຮັດວຽກງານສຶກສາອົບການ ເມືອງ-ແນວຄິດ ໃຫ້ນາຍ ແລະ ພົນທະຫານ ຢ່າງເປັນປະຈຳຕໍ່ເນື່ອງ; ນັກເຝິກອົບຮົມທຸກສະ ຫາຍ ພາຍຫຼັງສຳເລັດແລ້ວ ກໍໃຫ້ຖືເປັນວຽກງານທີ່ສຳຄັນດຸ ໝັ່ນຄົ້ນຄວ້າກຳແໜ້ນທົບທວນບັນດາບົດຮຽນດ້ານສິລະປະຍຸດ-ຍຸດທະວິທີບາດກ້າວ, ຂັ້ນຕອນໃນການເຄື່ອນໄຫວບຸກຕີສັດຕູ ຕາມຕົວເມືອງໃຫ້ແທດເໝາະກັບສະພາບການໃນປັດຈຸບັນ, ການເປີດບັ້ນເຝິກອົບຮົມ-ຫັດແອບໃນເທື່ອນີ້ແມ່ນຜົນສຳເລັດຕາມໂຄງການຫຼັກສູດການຮຽນ-ການສອນ ເປັນພຽງພື້ນຖານການເກັບກຳຮັບຮູ້ບັນດາທິດສະດີ, ຫຼັກການນຳຄູເຝິກເທົ່ານັ້ນ ແຕ່ສິ່ງສຳຄັນ ແມ່ນຈະໄດ້ພ້ອມກັນນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດ ຮູ້ໝູນໃຊ້ໃນເວລາເຮັດໜ້າທີ່ຕົວຈິງຢູ່ກົມກອງຢ່າງໜັກໜວງ ໂດຍສະເພາະແມ່ນວຽກງານ ປກຊ-ປກສ ຈຶ່ງຮຽກ ຮ້ອງໃຫ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງພະນັກງານບັນຊາ-ນຳພາ ແຕ່ລະຂັ້ນຕໍ່ກັບວຽກງານອົບຮົມ-ຫັດແອບຕີຕົວເມືອງໃຫ້ສູງຂຶ້ນ ກາຍເປັນໜ້າທີ່ຄວາມຮັບຜິດຊອບລວມ ຢ່າງເປັນຮູບປະທຳອັນແທ້ຈິງ, ໃຫ້ເອົາໃຈໃສ່ປະຕິບັດຕາມທິດນຳຂອງກະຊວງປ້ອງກັນປະເທດ ດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໃນໂອກາດດຽວກັນນີ້, ທາງກຸ່ມບໍລິສັດສີສະເກດ ໄດ້ມອບທຶນສົມທົບສ້າງເພດານເຮືອນນອນອ້າຍນ້ອງ ກອງພັນຕີພິເສດ 432 ຂະໜາດ 10x14 ແມັດ ລວມມູນຄ່າ 150.000.000 ກີບ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















