ປະກາດການແຕ່ງຕັ້ງຂັ້ນພະແນກ ຂຶ້ນກັບຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2025-11-12 11:52:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 909 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງຂັ້ນພະແນກ ຂຶ້ນກັບຫ້ອງການຊາວໜຸ່ມກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບຫ້ອງການຊາວໜຸ່ມກອງທັບ ດັ່ງນີ້: ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ສີໄຄ ພົມມະຈັນ ເປັນຫົວໜ້າພະແນກໂຄສະນາ-ຂະບວນການ, ສະຫາຍ ພັນໂທ ພັນທະຈັກ ດາສະຫວັນ ເປັນຫົວໜ້າພະແນກສັງລວມ, ສະຫາຍ ພັນຕີ ສອນຈັນ ສຸລິທອງ ເປັນຮອງຫົວໜ້າພະແນກສັງລວມ, ສະຫາຍ ພັນຕີ ຄໍາຫຼ້າ ອິນທະລາ ເປັນຮອງຫົວໜ້າພະແນກໂຄສະນາ-ຂະບວນການ.
ໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ມີຄຳເຫັນໂອ້ລົມ ຕໍ່ພະນັກງານທີ່ໄດ້ຮັບໜ້າທີ່ໃໝ່ໂດຍເນັ້ນໃຫ້ສືບຕໍ່ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບເປັນສໍາຄັນ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















