ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງພາຫະນະເຕັກນິກ ໃຫ້ຮັບປະກັນລຳລຽງຂົນສົ່ງໃຫ້ແກ່ກອງທັບ
ເວລາອອກຂ່າວ: 2025-11-12 11:50:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 791 | ຄວາມນິຍົມ: ![]()
ກອງພັນຂົນສົ່ງ 403 ເປັນກົມກອງໜຶ່ງທີ່ຂຶ້ນກັບກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ມີໜ້າວິຊາສະເພາະເປັນກອງລຳລຽງຂົນສົ່ງ ເຄື່ອງແຫ້ງ, ທາດແຫຼວ ແລະ ກຳລັງພົນ ຮັບໃຊ້ໃຫ້ແກ່ກອງທັບ ທົ່ວປະເທດ ຕາມແຜນການຂອງກົມຂົນສົ່ງ ພາຍໃຕ້ການນຳພາຂອງຄະນະພັກກົມໃຫຍ່ພະລາທິການກອງທັບ.
ສະຫາຍ ພັນໂທ ຕຽງທອງ ວັນທະວີໄຊ ຫົວໜ້າການເມືອງກອງຂົນສົ່ງ 403 ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໃຫ້ສຳພາດວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ໃນທົ່ວກົມກອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ອຸດົມການຂອງພັກມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຂອງກອງພັນ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງກົມກອງ, ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານ-ນັກຮົບ ແຕ່ລະຂັ້ນໃຫ້ເອົາໃຈໃສ່ໃນການປົກປັກຮັກສາ ແລະ ຄຸ້ມຄອງພາຫະນະ ເຕັກນິກທີ່ຂັ້ນເທິງປະກອບໃຫ້ ເຮັດໃຫ້ພາຫະນະດັ່ງກ່າວນຳໃຊ້ໄດ້ເປັນຕົ້ນແມ່ນ ການບົວລະບັດຂັ້ນ1 ແລະ ຂັ້ນ II ຕາມຂໍ້ກຳນົດທີ່ກົມຄຸ້ມຄອງລົດ-ເຮືອ ວາງອອກ, ຖ້າກໍລະນີພາຫະນະທີ່ເປເພ ແມ່ນໄດ້ເອົາເຂົ້າສ້ອມແປງ ແລະ ສາມາດນໍາໃຊ້ໄດ້ຍາວນານ ເພື່ອຮັບປະກັນໃຫ້ແກ່ໜ້າທີ່ ການເມືອງຂອງກົມກອງ, ວຽກງານການຫັດແອບກໍ່ສ້າງກໍາລັງໄດ້ນໍາພາ-ຊີ້ນໍາ ພະນັກງານ-ນັກຮົບ ເຝິກແອບຮໍ່າຮຽນທາງດ້ານວິຊາສະເພາະ ເປັນຕົ້ນແມ່ນການເຝິກອົບຮົມໃຫ້ນັກຂັບຂີ່ສໍາຮອງໃຫ້ກາຍເປັນນັກຂັບຂີ່ຈຸດໝັກ, ເຝິກແອບຮໍ່າຮຽນວິຊາການທະຫານ ປະຈຳປີ ເປັນຕົ້ນແມ່ນວິຊາງົດງາມ ການເຝິກອົບຮົມຍິງລູກປືນແທ້ ສາມາດເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງຮັບຮູ້ ແລະ ເຂົ້າໃຈຮັບປະກັນຄວາມປອດໄພ 100%, ການປັບປຸງສະຖານທີ່ຄ້າຍຄູ ໄດ້ສູ້ຊົນຂໍງົບປະມານນໍາຂັ້ນເທິງ ເພືອປຸກສ້າງເຮືອນນອນໂສດ ໄດ້ 1 ຫຼັງ, ເຮືອນຄົວ, ເຮືອນກິນເຂົ້າ 1 ຫຼັງ, ເທກະລາມ້ຽນລົດໄດ້ 20 ຫ້ອງ.
ສະນັ້ນ, ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໜ້າທີ່ວຽກງານທີ່ຂຶ້ນເທິງມອບໝາຍໃຫ້ມີຜົນສຳເລັດ ແລະ ມີຄວາມຮັບປະກັນດີນັ້ນ ໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາກອງພັນດັ່ງກ່າວ ຈະເອົາໃຈໃສ່ເປັນສໍາຄັນຕໍ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກຳລັງ, ວຽກງານນໍາພາປັບປຸງກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານກໍ່ສ້າງພະນັກງານ ແລະ ຊີ້ນຳອົງການຈັດຕັ້ງມະຫາຊົນ ສຸມໃສ່ການສ້າງພະລາທິການກັບທີ່ເພື່ອຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ດີຂຶ້ນ, ສ່ວນວຽກງານນະໂຍບາຍ, ວຽກງານອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ວຽກງານຮັບປະກັນດ້ານພາຫະນະເຕັກນິກ ເອົາໃຈໃສ່ຄຸ້ມຄອງ ປົກປັກຮັກສາ ບົວລະບັດ ສ້ອມແປງ ໃຫ້ຮັບປະກັນການຂົນສົ່ງໃຫ້ແກ່ກອງທັບ.
ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນໂທ ຕຽງທອງ ວັນທະວີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກອງພົນຂົນສົ່ງ 403 ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ອະດີດການນຳພັກ-ລັດ, ເຊິ່ງຕະຫຼອດໄລຍະຜ່ານມາໄດ້ເປັນຄັນທຸງນຳພາປະຊາຊົນລາວບັນດາເຜົ່າ ຍາດເອົາເອກະລາດ ແລະ ຄວາມເປັນເອກະພາບແຫ່ງຊາດ ມາໃຫ້ປວງຊົນລາວທັງຊາດ ແລະ ໄຊຊະນະອັນໃຫຍ່ຫຼວງ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ. ຈາກນັ້ນ ພັກເຮົາກໍ່ໄດ້ນຳພາປວງຊົນລາວທັງຊາດ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າດັ່ງທຸກວັນນີ້. ຂໍສະແດງຄຳອວຍພອນໄຊ ມາຍັງການນຳພັກ-ລັດ ແຕ່ລະຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ແລະ ສືບຕໍ່ນຳພາປະເທດຊາດ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນພະນັກງານ-ນັກຮົບທຸກທົ່ວໜ້າ ຕະຫຼອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍທຸກປະການ.
ໂດຍ: ນົກ ບຸນມາເລີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















