ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄຳໄຊ ເອົາໃຈໃສ່ຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2025-11-12 11:22:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 479 | ຄວາມນິຍົມ:



ໃນໄລຍະຜ່ານມາ ອົງການ ຈັດຕັ້ງສະຫະພັນແມ່ຍິງກອງບັນຊາການທະຫານແຂວງບໍລິ ຄໍາໄຊ ໄດ້ເປັນເຈົ້າການຫັນເອົາ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນ ກາງສະຫະພັນແມ່ຍິງລາວ ວາງອອກມາຈັດຕັ້ງຜັນຂະຫຍາຍ ຢູ່ໃນອົງການຈັດຕັ້ງສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນເນື້ອໃນ, ຈຸດປະສົງຄາດໝາຍ ໂດຍຖືເອົາເນື້ອໃນຂໍ້ແຂ່ງ ຂັນ 3 ດີ ຕິດພັນກັບ ຂະບວນການ ລວມຂອງກົມກອງເປັນຕົ້ນ ການສ້າງກົມກອງ 3 ປອດ, ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ວິຊາສະເພາະ ແລະ ສະພາບຈຸດພິເສດຂອງ ແຕ່ລະ ກົມກອງ. ສະຫາຍ ພັນໂທ ນາງ ດວງມາລາ ຈັນທະລາ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະຜ່ານມາເອື້ອຍນ້ອງ ສະຫະພັນແມ່ຍິງ ໄດ້ສືບຕໍ່ປະຕິ ບັດພາລະບົດບາດ ໃນການເຕົ້າ ໂຮມຄວາມສາມັກຄີປຸກລະດົມ ຊຸກຍູ້ເອື້ອຍນ້ອງສະຫະພັນແມ່ຍິງ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການນໍາພາປະຕິບັດແຜນ ພັດທະນາແມ່ຍິງ 5 ປີ ທົ່ວກອງ ບັນຊາການທະຫານແຂວງ ແລະ ນໍາພາຈັດຕັ້ງປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສູນກາງ ສະຫະພັນ ແມ່ຍິງລາວວາງອອກ ຕິດພັນກັບການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ອີງໃສ່ມະ ຕິກອງປະຊຸມຜູ້ແທນແມ່ຍິງ ແຂວງບໍລິຄຳໄຊ ຄັ້ງທີ VIII ໂດຍ ສະເພາະວຽກງານ ຂໍ້ແຂ່ງຂັນ 3 ດີ ຖືເປັນການສໍາຫຼວດກວດກາ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງເປັນມາດຖານໜຶ່ງ ໃນການຄັດເລືອກບຸກຄົນ 3 ດີ, ໜ່ວຍສະຫະພັນ 3 ດີ, ຮາກຖານ 3 ດີ ທັງເປັນຕົວຊີ້ວັດໃນການ ແຂ່ງຂັນກັນພັດທະນາກົມກອງ, ຄອບຄົວ ເຊິ່ງສະແດງອອກ ຄື: ເອື້ອຍນ້ອງແມ່ຍິງທຸກສະຫາຍ ຮູ້ພັດທະນາຕົນເອງ, ພັດທະນາ ການຈັດຕັ້ງສະຫະພັນແມ່ຍິງ ແລະ ພັດທະນາກົມກອງເຮັດໃຫ້ແມ່ ຍິງແຕ່ລະສະຫາຍມີຊີວິດການ ເປັນຢູ່ດີຂຶ້ນ. ຜ່ານການຈັດຕັ້ງ ປະຕິບັດສາມາດຄັດເລືອກບຸກ ຄົນ 3 ດີ ປະເພດ I ໄດ້ 202 ສະ ຫາຍ, ບຸກຄົນ 3 ດີ ປະເພດ II ໄດ້ 38 ສະຫາຍ, ໜ່ວຍສະຫະພັນ ແມ່ຍິງ 3 ດີ 12 ໜ່ວຍກັບ 5 ຈຸ ແລະ 1 ຮາກຖານ ໃນນີ້, ເປັນພົນ ລະເມືອງດີ 240 ສະຫາຍ, ພັດ ທະນາດີ 215 ສະຫາຍ, ສ້າງ ຄອບຄົວດີ 220 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈາກສະຫະພັນ ແມ່ຍິງແຂວງ ບໍລິຄໍາໄຊ ຈຳນວນ 202 ໃບ, ໃບຊົມເຊີຍ ຈໍານວນ 38 ໃບ. ອັນທີ່ພົ້ນເດັ່ນນອກຈາກວຽກງານຂະບວນການແລ້ວຍັງ ໄດ້ຊີ້ນໍາເອື້ອຍນ້ອງແມ່ຍິງສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ປັດຈຸບັນມີສະມາຊິກກອງທຶນ ຈໍານວນ 2.331 ສະຫາຍ, ຊາຍ 1.201 ສະຫາຍ, ມີເງິນທ້ອນຈາກ ສະມາຊິກກອງທຶນ ໃນປີ 2025 ຈໍານວນ 894.430.000 ກີບ. ສະຫາຍ ພັນໂທ ນາງ ດວງມາລາ ຈັນທະລາ ຍັງໄດ້ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ປຸກລະດົມ ຂະບວນການດ້ານຕ່າງໆ ຂອງ ແມ່ຍິງໃຫ້ມີຄວາມຟົດຟື້ນກວ້າງ ຂວາງ, ຕໍ່ເນື່ອງ, ອົງການຈັດຕັ້ງແມ່ຍິງທີ່ຂຶ້ນກັບກອງບັນຊາ ການທະຫານແຂວງບໍລິຄຳໄຊ ຈະໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ເອື້ອຍນ້ອງສະຫະພັນແມ່ຍິງເປັນ ປົກກະຕິໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນຢູ່ຂັ້ນໜ່ວຍຮາກຖານ ເພື່ອປັບປຸງການຈັດຕັ້ງ ແລະ ກວດກາ, ຕິດຕາມ ຊຸກຍູ້ວຽກງານຢູ່ຂັ້ນໜ່ວຍຮາກຖານ ໃຫ້ຕໍ່ເນື່ອງໃນການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ຖືກຕ້ອງຕາມບາດກ້າວຂັ້ນ ຕອນ ແລະ ມີຂະບວນການຟົດຟື້ນ ປະສານສົມທົບກັບຄະນະພັກ-ຄະນະບັນຊາຂັ້ນຕ່າງໆ ໃນການ ກໍ່ສ້າງພະນັກງານສືບທອດປ່ຽນ ແທນຕໍາແໜ່ງຕ່າງໆ ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານຕົວຈິງ ໃນສະເພາະໜ້າ ແລະ ຍາວນານ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ