ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ເມື່ອປະເທດຊາດມີຄວາມສະຫງົບປອດໄພ, ກົມກອງກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2025-11-12 10:55:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 833 | ຄວາມນິຍົມ:



ເນື່ອງໃນໂອກາດ ກະກຽມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍຢ່າງເລິກເຊິ່ງນັ້ນ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະ ຫານແຂວງຄໍາມ່ວນ ໃຫ້ສຳພາດວ່າ: ໃນນາມການຈັດຕັ້ງ ກໍຄື ສ່ວນຕົວມີຄວາມຮູ້ສຶກພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ: ປະເທດຊາດຂອງພວກເຮົາ ນັບແຕ່ມື້ໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ ປີ 1975 ມາເຖິງປັດຈຸບັນ ກໍຄື ປີ 2025 ມີອາຍຸ ຄົບຮອບ 50 ປີພໍດີ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ພັກໄດ້ນຳພາປວງຊົນລາວທັງຊາດ ໂດຍປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ໃນຫຼາຍດ້ານ, ເຊິ່ງສະແດງໃຫ້ເຫັນວ່າ: ປະເທດຊາດຂອງພວກເຮົາໄດ້ມີຄວາມສະຫງົບ ແລະ ປອດໄພ, ໃນນີ້ ເວົ້່າສະເພາະແມ່ນກຳລັງປ້ອງກັນຊາດ ກໍ່ຄືກອງບັນຊາການທະຫານແຂວງຄຳມ່ວນ ກໍ່ໄດ້ມີການພັດທະນາເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ນັບທັງດ້ານປະລິມານ ແລະ ຄຸນນະພາບ. ດັ່ງນັ້ນ, ເພື່ອສືບຕໍ່ພາລະກິດດັ່ງກ່າວ, ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງບັນຊາ ການທະຫານແຂວງຄໍາມ່ວນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ກໍາລັງປະກອບອາວຸດປ້ອງກັນຊາດ ໃນທົ່ວແຂວງຄໍາມ່ວນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ບົນພື້ນຖານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ, ສາມາດຍາດໄດ້ຜົນງານຫຼາຍດ້ານ, ເຊິ່ງສະແດງອອກ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ການກໍ່ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຜ່ານການຈັດຕັ້ງປະຕິບັດ ພື້ນຖານປ້ອງກັນຊາດ ໄດ້ຮັບການປັບປຸງ-ກໍ່ສ້າງ ມີການຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ໃນນີ້ ສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດ ເຂັ້ມແຂງ ໄດ້ 12 ບ້ານ, ມີ 1.608 ຄອບຄົວ, ມາຮອດປັດຈຸບັນ ມີບ້ານ ແລະ ຄອບຄົວ ປ້ອງກັນຊາດ ທັງໝົດ 74 ບ້ານ, ມີ 14.453 ຄອບຄົວ, ກຸ່ມບ້ານສູ້ຮົບຕິດລຽນ ມີ 4 ກຸ່ມບ້ານ ແລະ ທ່າສະໜາມສູ້ຮົບຈັ້ງທ່າ ປ້ອງກັນຕົວເມືອງ ມີ 1 ເມືອງ; ພ້ອມນັ້ນ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ເຂັ້ມແຂງໜັກແໜ້ນ ດ້ວຍການຫັນເອົານາຍທະຫານ ເຮັດໜ້າທີ່ໃນການຈັດຕັ້ງພັກ ແລະ ອົງການປົກຄອງບ້ານ ຈໍານວນໜຶ່ງ, ເຮັດໃຫ້ຮາກຖານມີຄວາມສະຫງົບ ແລະ ໄດ້ຮັບການພັດທະນາ ທາງດ້ານເສດ ຖະກິດ-ສັງຄົມ ດີຂຶ້ນເປັນກ້າວໆ; ໄດ້ເອົາໃຈໃສ່ເປັນກໍາລັງຫຼັກແຫຼ່ງ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ໄດ້ທັນເວລາ, ສາມາດຢຶດວັດຖຸ ແລະ ສິ່ງຜິດກົດໝາຍ ໄດ້ຈໍານວນບໍ່ໜ້ອຍ, ໃນນັ້ນ ອັນພົ້ນເດັ່ນ ສາມາດຢຶດຢາບ້າ ໄດ້ 2.400.000 ເມັດ ແລະ ຢຶດເຮືອລັກລອບດູດແຮ່-ຊາຍ ຕາມຊາຍແດນລາວ-ໄທ ໄດ້ 1 ລຳ, ໄດ້ເອົາໃຈໃສ່ປະຕິບັດ ດຳລັດເລກທີ 111 ຂອງລັດຖະບານ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາເຂດ ຍຸດທະສາດປ້ອງກັນຊາດ, ນອກຈາກນີ້ ຍັງໄດ້ຊີ້ນໍາກໍາລັງປ້ອງເປົ້າໝາຍຍຸດສາດສໍາຄັນ ດ້ວຍຄວາມຮັບຜິດຊອບສູງ, ສາມາດ ຮັບປະກັນ ເຮັດໃຫ້ຂອບເຂດທົ່ວແຂວງ ມີຄວາມສະຫງົບປອດໄພ 100%. ວຽກງານປັບປຸງ-ກໍ່ສ້າງກຳລັງ ເວລາໃດ ກໍ່ຖືເອົາວຽກສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນກົກ ດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາ ສັ່ງ, ລະບຽບກົດໝາຍຂອງລັດ, ຂອງກອງທັບ, ພ້ອມທັງປາຖະກະຖາ ປະຫວັດມູນເຊື້ອ ວັນສໍາຄັນຕ່າງໆ ຢ່າງຕໍ່ເນື່ອງ, ເຮັດໃຫ້ນາຍ ແລະ ພົນທະຫານ ໃນທົ່ວແຂວງຄໍາມ່ວນ ມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິບັດ; ບົນພື້ນຖານນັ້ນ ໄດ້ສຸມໃສ່ການປັບປຸງກໍ່ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ສາມາດເປັນແກນນໍາໃນລະບົບການເມືອງ. ພ້ອມນັ້ນ ໄດ້ເອົາໃຈໃສ່ ປະຕິບັດລະບອບນະໂຍບາຍ ຕໍ່ນາຍ ແລະ ພົນທະຫານ ສອດ ຄ່ອງກັບແນວທາງນະໂຍບາຍລວມ ຂອງພັກ, ລັດ ແລະ ກອງທັບ ເຮັດໃຫ້ນາຍ ແລະ ພົນທະ ຫານ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ; ເອົາໃຈໃສ່ອົບຮົມ-ຫັດແອບ ການທະຫານ ແລະ ວິຊາສະເພາະຕ່າງໆ, ສ້າງຄວາມຊໍານິຊໍານານ ດ້ານສິນລະປະຍຸດ-ຍຸດທະວິທີ ແລະ ຍົກສູງຂີດ ຄວາມສາມາດ ໃນການກຽມພ້ອມສູ້ຮົບ ໃນທຸກພາວະ, ຕິດພັນກັບການປະຕິບັດ ລະບຽບ ແບບແຜນ, ຂໍ້ກໍານົດຂອງກອງທັບ ແລະ ຂອງກົມກອງ ໄດ້ເປັນຢ່າງດີ. ວຽກງານພະລາທິການ-ເຕັກນິກ ໂດຍພື້ນຖານ ແມ່ນສາມາດຮັບປະກັນດ້ານ ລະບອບອັດຕາ ເປັນຕົ້ນ ເງິນເດືອນ, ເຂົ້າກິນ ແລະ ເຄື່ອງນຸ່ງຮົ່ມ ຕາມນະໂຍບາຍທີ່ຂັ້ນເທິງກຳນົດ ແລະ ສະໜອງໃຫ້, ໃນນີ້ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ງົບປະມານການເງິນ ຕາມທິດ ປະຢັດ-ມັດທະຍັດ ແລະ ຕ້ານການໃຊ້ຈ່າຍຟູມເຟືອຍ; ພ້ອມນັ້ນ ໄດ້ຊີ້ນໍາບັນດາກົມກອງ ເປັນ ເຈົ້າການ ແກ້ໄຂຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ ດ້ວຍການປະຕິບັດຄໍາຂວັນ 4 ປູກ 4 ລ້ຽງ ແລະ ຊອກແຫຼ່ງລາຍຮັບເຂົ້າກົມກອງ ໄດ້ຈໍານວນໜຶ່ງ; ເອົາໃຈໃສ່ຮັບປະກັນດ້ານພາ ຫະນະ-ເຕັກນິກ, ອາວຸດຍຸດໂທປະກອນ ຢູ່ໃນສະພາບກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ. ນອກນັ້ນວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ຢ່າງຖືກຕ້ອງ ໃນການຮ່ວມມືກັບປະເທດ ເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງ. ໂອກາດນີ້, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ທະຫານແຂວງຄໍາມ່ວນ ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ອວຍພອນໄຊອັນປະເສີດມາຍັງການນໍາ ແລະ ອາດີດການນໍາ ພັກ-ລັດ ແຕ່ລະຮຸ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນໍາພາປະເທດຊາດ ກ້າວຂຶ້ນສູ້ສັງຄົມນິຍົມຢ່າງບໍ່ຢຸດຢັ້ງ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນໍາກອງທັບ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ, ໄປພ້ອມກັນນີ້ ຂໍອວຍພອນແດ່ພະນັກງານປະຕິວັດ-ອາວຸໂສບຳນານ, ນາຍ ແລະ ພົນທະຫານ ໃນທົ່ວແຂວງຄໍາມ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ສໍາເລັດທຸກໜ້າທີ່ ແລະ ສືບຕໍ່ສ້າງຂະບວນການ-ສ້າງຜົນງານ ຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກໂດຍສະເພາະຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເປັນຂະບວນການກວ້າງຂວາງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ