ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ຖືເອົາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການລວມຂອງກົມກອງ
ເວລາອອກຂ່າວ: 2025-11-12 10:52:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 735 | ຄວາມນິຍົມ:



ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຄຳມ່ວນ ແມ່ນຫົວໜ່ວຍການຈັດຕັ້ງມະຫາຊົນໜຶ່ງທີ່ ໄດ້ຮັບການຊີ້ນໍາພາໂດຍກົງຮອບດ້ານ ຈາກຄະນະພັກ - ຄະນະບັນຊາກອງ ບັນຊາການທະຫານແຂວງ, ກໍ່ຄື ສະຫະພັນແມ່ຍິງແຂວງຄຳມ່ວນ, ຫ້ອງການສະຫະພັນແມ່ຍິງກອງທັບ ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ທາງດ້ານວຽກງານເຕົ້າໂຮ່ມຄວາມສາມັກຄີພາຍໃນເອື້ອຍນ້ອງແມ່ຍິງ ໂດຍມີສາຍຕັ້ງຂຶ້ນກັບສະຫະພັນແມ່ຍິງແຂວງ, ສາຍຂວາງຂຶ້ນກັບ ຄະນະພັກ-ຄະນະ ບັນຊາກອງບັນຊາການ, ຫ້ອງການເມືອງ ແລະ ຫ້ອງການສະຫະພັນແມ່ຍິງກອງທັບ, ໃນການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃນ 1 ປີຜ່ານມາ ສະຫະະພັນແມ່ຍິງ ແມ່ນໄດ້ເອົາໃຈໃສ່ເປັນສຳຄັນ ໂດຍຕິດພັນກັບຂະບວນການລວມຂອງກົມກອງ ສະແດງອອກມີຜົນງານຫຼາຍດ້ານ ໃນການເຄື່ອນໄຫວ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ເອື້ອຍນ້ອງສະຫະພັນແມ່ຍິງ ໄດ້ຮັບການພັດທະນາທີ່ດີຂຶ້ນ. ສະຫາຍ ພັນໂທ ນາງ ປິ່ນຄຳ ສອນທະວີໄຊ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດເນື້ອໃນ ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ພະແນກສະຫະພັນແມ່ຍິງ ພວກເຮົາໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 25 ແຜນງານທີ່ຄະນະພັກກອງບັນຊາການທະຫານແຂວງຄຳມ່ວນວາງອອກ ເປັນບ່ອນອີງໃນການຄັດເລືອກບຸກຄົນ 3 ດີ ແລະ ໄດ້ຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໃນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫ່ຍ ຜູ້ແທນແມ່ຍິງແຂວງຄໍາມ່ວນຄັ້ງທີ XI, ມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບຄັ້ງທີ 9 ໃຫ້ບັນດາກົມກອງ ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຂອງກົມກອງ. ປັດຈຸບັນ ສະຫະພັນແມ່ຍິງ ທົ່ວກອງບັນຊາການທະຫານແຂວງຄຳມ່ວນ ມີສະມາຊິກທັງໝົດ 518 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງເນື້ອໃນຂໍ້ແຂ່ງຂັນ 3 ດີ ສາມາດຄັດເລືອກໄດ້ພົນລະເມືອງດີ 483 ສະຫາຍ, ກວມເອົາ 93%, ພັດທະນາດີ 474 ສະຫາຍ, ກວມເອົາ 92% ສ້າງຄອບຄົວດີ 483 ຄອບຄົວ, ບຸກຄົນ 3 ດີ ປະເພດ 1 ມີຈໍານວນ 474 ສະຫາຍ, ປະເພດ II 9 ສະຫາຍ. ຄຽງຄູ່ກັນນີ້, ຍັງໄດ້ປຸກລະດົມເອື້ອຍນ້ອງແມ່ຍິງປະກອບສ່ວນເຂົ້າຮ່ວມວຽກງານຂະບວນການດ້ານຕ່າງໆ ໂດຍສະເພາະແມ່ນການສ້າງຂະບວນການອານາໄມລວມຄ້າຍຄູ ຂອບເຂດຮັບຜິດຊອບຂອງຊາວໜຸ່ມ-ແມ່ຍິງ, ຕາມຫົນທາງໃຫ້ມີຄວາມສະອາດງາມຕາ ເພື່ອຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ນອກນັ້ນ ເອື້ອຍນ້ອງແມ່ຍິງໃນບັນດາກົມກອງ ຍັງໄດ້ສຸມໃສ່ອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ຫຍິບປົກທັກແສ່ວ, ເຮັດສວນມັນຕົ້ນ, ເຮັດນາປີ, ນາແຊງ ເພື່ອຫາລາຍໄດ້ເຂົ້າຄັງລວມຂອງໜ່ວຍ ແລະ ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງເອື້ອຍນ້ອງແມ່ຍິງດີຂຶ້ນເທື່ອລະກ້າວ.. ສ່ວນທິດທາງແຜນການຕໍ່ໜ້າ ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຄຳມ່ວນ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ເອື້ອຍນ້ອງໃນຂອບເຂດຂອງຕົນຮັບຜິດຊອບເປັນ ປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງ, ແບບແຜນວິທີເຮັດວຽກ ບົນພື້ນຖານລວມສູນ ປະຊາທິປະໄຕ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເຂົ້າຮ່ວມ ຊີວິດການເມືອງປະຈໍາເດືອນ, ເສຍເງິນສະຕິຕາມລະບຽບຫຼັກການຂອງແມ່ຍິງ, ສືບຕໍ່ສ້າງຂະບວນການອານາໄມລວມຕາມຄ້າຍຄູ ແລະ ສະຖານທີ່ອື່ນໆ ເພື່ອຕ້ອນຮັບວັນ ສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ສືບຕໍ່ຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງ ເອື້ອຍນ້ອງແມ່ຍິງແຕ່ລະໜ່ວຍໃນການຄັດເລືອກບຸກຄົນ 3 ດີປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ, ສົ່ງໃຫ້ຂັ້ນເທິງຕາມກຳນົດເວລາ ແລະ ເອົາໃຈໃສ່ຊຸກຍູ້, ຕິດຕາມ ແລະ ກວດກາຈັດຕັ້ງປະຕິບັດຖືກຕ້ອງ ເພື່ອເຮັດໃຫ້ຂະບວນການແຂ່ງຂັນ 3 ດີ ໄດ້ຮັບການຈັດຕັ້ງປະຕິບັດຖືກ ຕາມຂັ້ນຕອນ ແລະ ດໍາເນີນຢ່າງຕໍ່ເນື່ອງ. ດັ່ງນັ້ນ, ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນໂທ ນາງ ປິ່ນຄຳ ສອນທະວີໄຊ ໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນປະເທດຊາດຂອງພວກເຮົາໄດ້ຮັບການປະເທດຢ່າງຕໍ່ເນື່່ອງນັບແຕ່ສະຖາປະນາ ເປັນປະເທດ ສປປ ລາວ 50 ປີມາຮອດປັດຈຸບັນນີ້, ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ກໍ່ຄືຄະນະພັກ-ຄະນະບັນຊາການກອງບັນຊາການທະຫານແຂວງຄຳມ່ວນ ຈົ່ງມີພາລະນາໄມສົມບູນ, ສືບຕໍ່ຊີ້ນຳ-ນຳພາປະເທດຊາດ ກໍ່ຄືກອງບັນຊາການທະຫານແຂວງໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ, ອວຍພອນເອື້ອຍນ້ອງແມ່ຍິງແຕ່ລະຂັ້ນ ຈົ່ງມີສຸຂະພາບແຂງແຮງ ພ້ອມປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຮຸ່ງເຮືອງຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ