ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຂຶ້ນຫ້ອງຮຽນພາກທິດສະດີ
ເວລາອອກຂ່າວ: 2025-11-11 15:20:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1086 | ຄວາມນິຍົມ: ![]()
ພາຍຫຼັງ ໄດ້ຈັດພິທີເປີດບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ ປະຈໍາປີ 2025 ທີ່ຜ່ານມາ, ໃນວັນທີ 11 ພະຈິກ 2025 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ, ຈຶ່ງໄດ້ຈັດຕັ້ງຂຶ້ນຫ້ອງຮຽນພາກທິດສະດີຂຶ້ນ ໂດຍການເປັນປະທານ ແລະ ຂຶ້ນຫ້ອງຂອງສະຫາຍ ພັນໂທ ສອນໄຊ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ,ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ ພ້ອມດ້ວຍພະນັກງານ-ນັກຮົບ ອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສອນໄຊ ອິນທະວົງ ໄດ້ຂຶ້ນຫ້ອງສິດສອນພາກທິດສະດີ ໃນນັ້ນ, ໄດ້ຮຽນຮູ້ ກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບໃນກອງທັບປະຊາຊົນລາວ ກອງທັບເຮົາເວລາໃດກໍໄດ້ຮັບຄວາມເຊື່ອໝັ້ນ ໄວ້ວາງໃຈ ແລະ ສຶກສາອົບຮົມຈາກພັກ ແມ່ນປັດໃຈທີ່ມີຄວາມໝາຍສໍາຄັນໃນການຕັດສິນໃນການກໍ່ສ້າງກອງທັບໃຫ້ມີຄຸນທາດການເມືອງແນວຄິດທີ່ກ້າວໜ້າໃຫ້ພະນັກງານ-ນັກຮົບໃນກອງທັບ ຕະຫຼອດວິວັດແຫ່ງການກໍ່ສ້າງ, ສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ພັກ-ລັດ, ການຈັດຕັ້ງກອງທັບຍິ່ງມີຄວາມແໜ້ນໜາ, ມີຄວາມເປັນເອກະພາບດ້ານແນວຄິດ ແລະ ການກະທໍາ, ມີລະບຽບຢ່າງເຂັ້ມງວດ, ມີຈິດໃຈຮັກແພງສາມັກຄີເພື່ອນໃນເວລາສູ້ຮົບ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ພັກ-ລັດ ມອບໝາຍໃຫ້. ພ້ອມນັ້ນ ຍັງໄດ້ຮຽນຮູ້ກ່ຽວກັບ ຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບ ເຊິ່ງປະກອບມີ: ລະບອບກຽມພ້ອມສູ້ຮົບ, ລະບອບສ້າງແຜນການ, ເຜີຍແຜ່ເເຜນການ ແລະ ປະຕິບັດແຜນການ, ລະບອບເຄົາລົບ, ລະບອບການນຸ່ງຖືເຄື່ອງແບບຂອງກອງທັບ, ລະບອບຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ ແລະ ກວດກາ, ລະບອບດໍາເນີນຊີວິດ ແລະ ຄົ້ນຄວ້າຮໍ່າຮຽນ, ລະບອບປະຊຸມ, ສະຫຼຸບຖອດຖອນບົດຮຽນສ່ອງແສງລາຍງານ, ຂໍຄໍາເຫັນ ທັງນີ້, ແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ເຫັນໄດ້ກຽດສັກສີ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ການສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນປະເສີດຂອງຊາດ, ຂອງກອງທັບເຮົາທີ່ໄດ້ຜ່ານການທົດສອບຢູ່ໃນຫຼາຍຍຸກ, ຫຼາຍສະໄໝປະຫວັດສາດ ແລະ ຂະບວນວິວັດຂອງການປະຕິວັດພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມເອກອ້າງທະນົງໃຈ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ກັບການເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຊາດ ແລະ ຂອງກອງທັບເຮົາ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















